ຂ່າວສານ

ສານສູງສຸດ ປະຕິເສດໃບຮ້ອງຟ້ອງຂອງລັດ Texas, ໝົດໂອກາດຕ່າວປີ້ນໝາກຜົນການເລືອກຕັ້ງ

      ວັນທີ 11 ທັນວາ, ສານສູງສຸດ ອາເມລິກາ ໄດ້ປະຕິເສດໃບຮ້ອງຟ້ອງຂອງ ລັດ Texas ເພື່ອແນໃສ່ລົບລ້າງບັດເລືອກຕັ້ງ 20 ລ້ານບັດ ຢູ່ 4 ລັດຄື Georgia, Michigan, Pennsylvania  ແລະ Wisconsin ຍ້ອນມີການດັດປັບລະບຽບການປ່ອນບັດເລືອກຕັ້ງທີ່ສົ່ງຜ່ານທາງໄປສະນີ ໃນສະພາບການເກີດໂລກລະບາດໂຄວິດ - 19.

ສຳນັກງານສານສູງສຸດຂອງ ອາເມລິກາ (ພາບ: WP) 
      ການຕັດສິນດັ່ງກ່າວ ໄດ້ເປີດຊ່ອງທາງໃຫ້ແກ່ທ່ານ Joe Biden ໄດ້ຮັບໄຊຊະນະກ່ອນທີ່ບັນດາຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງຈະເຂົ້າຮ່ວມການປ່ອນບັດຢູ່ບາງລັດຕ່າງຫາກ ໃນວັນທີ 14 ທັນວາ. ຄະດີຮ້ອງຟ້ອງຂອງ ລັດ Texas ໄດ້ຮັບຖືວ່າ ແມ່ນໂອກາດສຸດທ້າຍຂອງຜູ້ສະໝັກເລືອກຕັ້ງພັກສາທາລະນະ, ປະທານາທິບໍດີຄົນປັດຈຸບັນ Donald Trump ເພື່ອແນໃສ່ຕ່າວປີ້ນສະພາບການ ກ່ອນທີ່ຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ຈະໄປປ່ອນບັດເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ. ຕາມໝາກຜົນການປ່ອນບັດເລືອກຕັ້ງຜ່ານມາ, ທ່ານ Joe Biden ຍາດໄດ້ 306 ບັດຈາກຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ແລະ ທ່ານ Donald Trump ຍາດໄດ້ພຽງແຕ່ 232 ບັດ ເທົ່ານັ້ນ.
        ຕາມລັດຖະທຳມະນູນຂອງ ອາເມລິກາ ແລ້ວ, ວັນທີ 14 ທັນວາ, ບັນດາຄະນະຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ຈະໄປປ່ອນບັດເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຢ່າງເປັນທາງການ. ວັນທີ 6 ມັງກອນ 2021, ສະພາແຫ່ງຊາດຊຸດໃໝ່ ຈະນັບບັດ ແລະ ປະກາດວ່າຜູ້ໃດຈະໄດ້ຮັບໄຊຊະນະ. ປະທານາທິບໍດີຄົນໃໝ່ຂອງ ອາເມລິກາ ຈະເຂົ້າຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ 2021.
(ແຫຼ່ງຄັດຈາກ VOV)


top