ຂ່າວສານ

ສານຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ອນອອກຈາກທຳນຽບຂາວ

      “ 4 ປີ ຜ່ານມາ, ພວກເຮົາໄດ້ເລີ່ມເຄື່ອນໄຫວດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງເພື່ອສ້າງປະເທດຊາດຄືນໃໝ່, ປຸກລຸກນ້ຳໃຈຂອງປະເທດ ອາເມລິກາ ຄືນໃໝ່ ແລະ ສ້າງຈິດໃຈຈົງຮັກພັກດີຂອງອຳນາດການປົກຄອງທີ່ມີຕໍ່ປະຊາຊົນ...."
ທ່ານ ປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນໃນວັນທີ 19 ມັງກອນ (ພາບ:Reuters)
      ວັນທີ 19 ມັງກອນ, ກ່ອນວັນດຳເນີນພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງທ່ານປະທານາທິບໍດີຄົນໃໝ່ Joe Biden, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ສົ່ງສານກ່ອນອອກຈາກທຳນຽບຂາວ. ໃນຄຼິບວິດີໂອ ທີ່ທຳນຽບຂາວປະກາດ ກ່ຽວກັບສານຂອງທ່ານປະທານາທິບໍດີ Donald Trump  ກ່ອນທີ່ຈະອອກຈາກທຳນຽບຂາວ  ໄດ້ເນັ້ນໜັກວ່າ:
        “ 4 ປີ ຜ່ານມາ, ພວກເຮົາໄດ້ເລີ່ມເຄື່ອນໄຫວດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງເພື່ອສ້າງປະເທດຊາດຄືນໃໝ່, ປຸກລຸກນ້ຳໃຈຂອງປະເທດ ອາເມລິກາ ຄືນໃໝ່ ແລະ ສ້າງຈິດໃຈຈົງຮັກພັກດີຂອງອຳນາດການປົກຄອງທີ່ມີຕໍ່ປະຊາຊົນ. ພວກເຮົາໄດ້ເລີ່ມພາລະກິດນຳປະເທດ ອາເມລິກາ ທີ່ຮຸ່ງເຮືອງເຂັ້ມແຂງມາໃຫ້ປະຊາຊົນຄືນໃໝ່. ສິ້ນສຸດໜ້າທີ່ເປັນ ປະທານາທິບໍດີ ຜູ້ທີ 45 ຂອງ ປະເທດ ອາເມລິກາ, ຂ້າພະເຈົ້າ ຮູ້ສຶກພາກພູມໃຈຕໍ່ທຸກສິ່ງທີ່ພວກເຮົາພ້ອມກັນບັນລຸໄດ້. ອຳນາດການປົກຄອງຊຸດໃໝ່ຈະເຂົ້າດຳລົງຕຳແໜ່ງໃນອາທິດນີ້ ແລະ ພວກເຮົາ ຈົ່ງພາວະນາຂໍໃຫ້ອຳນາດການປົກຄອງຊຸດໃໝ່ນີ້ປະສົບຜົນສຳເລັດ ແລະ ປົກປັກຮັກສາປະເທດ ອາເມລິກາ ໃຫ້ມີຄວາມປອດໄພ ແລະ ວັດທະນາຖາວອນ.”
        ໃນບົດກ່າວປາໄສຍາວປະມານ 20 ນາທີນັ້ນ, ທ່ານ Donald Trump ໄດ້ຍົກໃຫ້ເຫັນບັນດາຜົນງານທີ່ບັນລຸໄດ້ໃນ 4 ປີກຳອຳນາດ. ທ່ານເອກອ້າງທະນົງໃຈ ໂດຍຖືວ່າ ທ່ານແມ່ນປະທານາທິບໍດີ ອາເມລິກາ ຄົນທຳອິດໃນຫຼາຍທົດສະວັດຜ່ານມາທີ່ບໍ່ປຸກລະດົມບໍ່ວ່າບັ້ນສູ້ຮົບໃດໆ ແລະ ພາຍໃຕ້ການນຳພາຂອງທ່ານ, ປະເທດ ອາເມລິກາ ໄດ້ຮັບຄວາມເຄົາລົບນັບຖືຈາກໂລກ ແລະ ປັບປຸງສາຍສໍາພັນໃນທົ່ວໂລກ, ພ້ອມທັງຊ່ວຍນຳເອົາສັນຕິພາບມາໃຫ້ບາງພາກພື້ນ.
(ແຫຼ່ງຄັດຈາກ VOV)


top