ຂ່າວສານ

ສານ ອວຍພອນ ວັນຊາດ ສປປ ລາວ

ການນຳ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງສານອວຍພອນ 47 ປີ ແຫ່ງວັນຊາດ ສປປ ລາວ .
    

ເນື່ອງໃນໂອກາດສະເຫລີມສະຫລອງ 47 ປີແຫ່ງວັນຊາດ ສປປ ລາວ (2/12/1975 - 2/12/2022), ວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພ້ອມກັນສົ່ງສານອວຍພອນມາຍັງ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ແລະກໍ່ໃນວັນດຽວກັນ, ທ່ານ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ສົ່ງສານອວຍພອນມາຍັງທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ລາວ ສະເຫລີມໄຊ ກົມມະສິດ. ທ່ານ ເລຮ່ວາຍຈູງ, ຫົວຫນ້າຄະນະພົວພັນສູນກາງພັກ ໄດ້ສົ່ງສານອວຍພອນມາຍັງ ທ່ານ ທອງສະຫວັນ ພົມວິຫານ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.


top