ຂ່າວສານ

ສາຍ​ພົວ​ພັນ ຫວຽດ​ນາມ - ໄທ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະ​ສິດ​ທິ​ຜົນ - ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ບືນ​ຕົວ​ຂຶ້ນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ

ຫວຽດນາມ ແລະ ໄທ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມມີຸດທີ່ຄ້າຍຄືກັນຫຼາຍຢ່າງດ້ານວັດທະນະທຳສາສະໜາຮີດຄອງປະເພນີແລະມີສາຍພົວພັນດ້ານການຄ້າແຕ່ສະຕະວັດທີ 16. ສາພົວພັນມິດຕະພາບຫວຽດນາມ - ໄທໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ພາຍຫຼັງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດລົງນາມໃນຖະແຫຼງການຮ່ວມໃນວັນທີ 6 ສິງ 1976 ກ່ຽວກັບການສ້າງຕັ້ງການພົພັນທາງການທູດລະຫວ່າງສອງປະເທດຢ່າງເປັນທາງການ
ໂດຍ
ຜ່ານເກືອບເຄິ່ງສະຕະວັດບົນພື້ນຖານການພົວພັນມິດຕະພາບແລະຄວາມເຂົ້າໃຈເຊິ່ງກັນແລະ ກັນໂດຍການນຳລຸ້ນຕ່າງແລະປະຊາຊົນສອງປະເທດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງສອງຝ່າຍໄດ້ສ້າງສາຍພົວພັນທີ່ໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືຢ່າງມີປະສິດທິຜົນ ແລະ ນັບມື້ນັບເລິກເຊິ່ງ, ກວ້າງຂວາງໃນບັນດາຂົງເຂດ. ນັກຂ່າວ VOV ຄັດສະເໜີບົດຂຽນຂອງທ່ານລັດຖະມົນຕີການຕ່າງປະເທ ຫວຽດນາມ ບຸ່ຍແທັງເຊີນ ເນື່ອງໃນໂອກາດສະເຫຼີສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ໄທ ຄົບຮອບ 45 ປີ . 

ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ

ເປີດສາກບົດຂຽນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ເວົ້າເຖິງສິ່ງທີ່ພິເສດ, ສິ່ງທຳອິດ ແລະ ໜຶ່ງດຽວໃນສາຍພົວພັນລະຫວ່າງ ຫວຽດນາມ - ໄທ. ໃນນັ້ນໄດ້ເນັ້ນໜັກວ່າ ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດໃນປະຫວັດສາດທັນສະໄໝ ໄດ້ເລີ່ມມາຈາກຄວາມເຄົາລົບ, ຄວາມຮັກຂອງປະຊາຊົນ ໄທ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ທີ່ສະຫງວນໃຫ້ແກ່ການນຳຜູ້ຍິ່ງໃຫຍ່ - ປະທານ ໂຮ່ຈີມິນ.

ສາຍພົວພັນລະຫວ່າງ ຫວຽດນາມ - ໄທສິ່ງທີ່ພິເສດທຳອິດ ແລະ ໜຶ່ງດຽວ

ໄທ ແມ່ນປະເທດາອາຊີຕາເວັນອອກສ່ຽງໃຕ້ໜຶ່ງດຽວເຊິ່ງປະທານ ໂຮ່ຈີມິນ ເລືອກເປັນຈຸດພັກເຊົາໃນເສັ້ນທາງແຕ່ຕ່າງປະເທດກັບມາຫວຽດນາມ ກໍ່ສ້າງການປະຕິວັດກ່ອນປີ 1930. ຮອດປີ 1946, ເພິ່ນໄດ້ເລືອກ ບາງກອກ ເປັນສະຖານທີ່ທຳອິດ ເພື່ອຕັ້ງສຳນັກງານອົງການທູດພິເສດ, ຊື່ງແມ່ນອົງການຜູ້ຕາງໜ້າແຫ່ງທຳອິດປະຈຳຢູ່ຕ່າງປະເທດ ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມມີ່ໜຸ່ມແໜ້ນ. ລັດຖະບານ ໄທ ໄດ້ອະນຸດຍາດໃຫ້ສ້າງເຂດປູຊະນີຍະສະຖານປະຫວັດສາດ, ເຂດອະນຸສາວະລີ ແລະ ຫໍພິພິທະພັນປະທານ ໂຮ່ຈີມິນ ໃຫຍ່ທີ່ສຸດໃນໂລກ ຢູ່ແຂວງ ອຸດອນທານີ, ແຂວງນະຄອນ ພະນົມ ແລະ ແຂວງພິຈິດ.

ໄທ ແມ່ນປະເທດທຳອິດໃນ ອາຊຽນ ທີ່ມີກົນໄກປະຊຸມຄະນະລັດຖະບານລວມຂັ້ນນາຍົກລັດຖະມົນຕີກັບ ຫວຽດນາມ. ເລື່ອງສອງຝ່າຍເປີດກົນໄກປະຊຸມຄະນະລັດຖະບານລວມ (ປີ 2004) ແລະ ເປັນຄັ້ງທຳອິດທີ່ລົງນາມໃນຖະແຫຼງການຮ່ວມ ກ່ຽວກັບຂອບເຂດການຮ່ວມມືໃນທົດສະວັດຕົ້ນສະຕະວັດທີ 21 ດ້ວຍສາມເສົາຄ້ຳ (ການເມືອງ - ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ) ເຊິ່ງເປັນບາດກ້າວເດີນສຳຄັນ, ສ້າງຊ່ອງສົນທະນາໂດຍກົງລະຫວ່າງການນຳຂັ້ນສູງສອງປະເທດ ເພື່ອແນໃສ່ກຳນົດທິດສາຍພົວພັນສອງຝ່າຍໃຫ້ສອດຄ່ອງກັບແຕ່ລະໄລຍະລະອຽດ, ສ້າງພື້ນຖານນິຕິກຳແກ່ການສ້າງກົນໄກຮ່ວມມືສອງຝ່າຍອື່ນໆໃຫ້ໄລຍະຕໍ່ໄປ, ສ້າງກຳລັງໜູນເປີດກວ້າງການຮ່ວມມືໃນບັນດາຂົງເຂດ.

ໄທ ແມ່ນປະເທດທຳອິດໃນ ອາຊຽນ ເຊິ່ງ ຫວຽດນາມ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013) ແລະ ຄູ່ຮ່ວມມືຍຸດທະສາດເພີ່ມເຕີມ (ປີ 2015). ນີ້ແມ່ນຂີດໝາຍປະຫວັດສາດສຳຄັນ ຍົກລະດັບການຮ່ວມມືສອງຝ່າຍຂຶ້ນສູ່ລະດັບຍຸດທະສາດ, ຮອບດ້ານ ແລະ ເລິກເຊິ່ງກວ່າ. ຕາມນັ້ນແລ້ວ, ສອງຝ່າຍໄດ້ລົງນາມໃນໂຄງການເຄື່ອນໄຫວຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2014 – 2018, ໂດຍກວມລວມທັງໝົດ 21 ຂົງເຂດຮ່ວມມືສອງຝ່າຍ.

ໄທ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ໄທ ໃນ ອາຊຽນ. ວົງເງິນການຄ້າສອງສົ້ນເພີ່ມຂຶ້ນທົບ 35 ເທົ່າ ຈາກ 0,5 ຕື້ USD ໃນປີ 1995 ໄດ້ເພີ່ມຂຶ້ນເປັນ 17,5 ຕື້ USD ໃນປີ 2018. ປີ 2020, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ການແລກປ່ຽນການຄ້າສອງຝ່າຍຍັງບັນລຸເກືອບ 16 ຕື້ USD, ກວມເອົາປະມານ 30% ຍອດມູນຄ່າແລກປ່ຽນການຄ້າຂອງ ຫວຽດນາມ ກັບບັນດາປະເທດ ອາຊຽນ. ກ່ຽວກັບການລົງທຶນ, ໄທ ຢືນອັນດັບທີ 3 ໃນຈຳນວນບັນດານັກລົງທຶນ ອາຊຽນ ເຂົ້າມາລົງທຶນຢູ່ ຫວຽດນາມ. ຍອດຈຳນວນເງິນລົງທຶນຈົດທະບຽນໄດ້ເພີ່ມຂຶ້ນ 65% ແຕ່ 7,7 ຕື້ USD ໃນປີ 2015 ເພີ່ມຂຶ້ນເປັນ 12,78 ຕື້ USD ໃນ ປີ 2020 ດ້ວຍ 626 ໂຄງການ.

ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ໄທ ແມ່ນປະຊາຄົມພິເສດ ທີ່ໄດ້ເປັນກຽດຕິດພັນກັບປະທານ ໂຮ່ຈີມິນ ເມື່ອເພິ່ນເຄື່ອນໄຫວຢູ່ ໄທ (1928 – 1929). ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ໄທ ມີທີ່ຕັ້ງ ແລະ ບົດບາດຫຼາຍພໍສົມຄວນຢູ່ປະເທດຈຳຖິ່ນ ແລະ ໄດ້ຮັບການສະໜັບສະໜູນ ກໍຄືຕີລາຄາສູງຈາກລັດຖະບານ ໄທ, ກາຍເປັນຂົວມິດຕະພາບລະຫວ່າງຊາດ ຫວຽດນາມ - ໄທ.

ເສີຂະຫຍາຍກຳລັງບົ່ມຊ້ອນຂຸດຄົ້ນກາລະໂອກາດສ້າງກຳລັງໜູນ ນຳການພົວພັນລະຫວ່າງ ຫວຽດນາມ - ໄທ ຂຶ້ນສູ່ລະດັບສູງໃໝ່

ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ມີຄວາມໝາຍສຳຄັນຕໍ່ການພັດທະສາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ກໍຄືປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຊີ້ໃຫ້ເຫັນບັນດາບັນຫາທີ່ສອງຝ່າຍຕ້ອງສຸມໃສ່ປັບປຸງ ແລະ ພັດທະນາໃນໄລຍະຈະມາເຖິງ. ກ່ອນອື່ນໝົດ ແມ່ນປັບປຸງພື້ນຖານການພົວພັນທາງດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ແໜ້ນແຟ້ນລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການພົບປະການນຳຂັ້ນສູງ ແລະ ທຸກຂັ້ນ, ຮັກສາປະສິດທິຜົນຂອງກົນໄກຮ່ວມມືສອງຝ່າຍ. ໃຫ້ບຸລິມະສິດໃນການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ຕໍ່ກຳນົດເວລາ ຫຼື ເຊັນຂໍ້ຕົກລົງສະບັບໃໝ່ໃຫ້ແທດເໝາະກັບສະພາບການຮ່ວມມືໃນຕົວຈິງ; ໂຄສະນາສຶກສາໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ສືບຕໍ່ຖະໜຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ໄທ.

ປະຕິບັດບັນດາມາດຕະການລະອຽດ ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸຄາດໝາຍ 25 ຕື້ USD ໃນປີ 2025 ແລະ ມຸ່ງໄປເຖິງບັນດາຄາດໝາຍທີ່ສູງກວ່າ; ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງມີປະສິດທິຜົນກວ່າ; ຊຸກຍູ້ການເປີດກວ້າງການເຊື່ອມຕໍ່ເສດຖະກິດໃນຂອບເຂດການຮ່ວມມືອະນຸພາກພື້ນ ແລະ ອາຊຽນ; ຍາດແຍ່ງສັນຍາການຄ້າເສລີສະບັບຕ່າງໆໃຫ້ມີປະສິດທິຜົນ, ພິເສດແມ່ນ RCEP. ຊຸກຍູ້ການຮ່ວມມືດ້ານວັດທະນະທຳ - ສັງຄົມ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນຜ່ານການສົ່ງເສີມການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວັດທະນະທໍາ ໄລຍະ 2021 – 2026; ເປີດສາຍການບິນການຄ້າຄືນໃໝ່ໂດຍໄວ.  ສອງປະເທດສືບຕໍ່ສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນລະບອບລະບຽບການ, ເວທີປາໄສຫຼາຍຝ່າຍຄື ສປຊ, ອາຊຽນ, APEC…; ແບ່ງປັນທັດສະນະລວມໃນບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳ ແມ່ນ້ຳຂອງໃຫ້ມີປະສິດທິຜົນ; ສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຕັ້ງໜ້າເຂົ້າໃນຂະບວນວິວັດແຫ່ງການສ້າງປະຊາຄົມ ອາຊຽນ ສາມັກຄີ, ພັດທະນາ, ເສີມຂະຫຍາຍບົດບາດເປັນໃຈກາງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນສອງປະເທດໃນໄລຍະ 45 ປີຜ່ານມາ ແລະ ໄມຕີຈິດມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງຊາດທີ່ມີມາແຕ່ດົນນານ, ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມເຕີມລະຫວ່າງ ຫວຽດນາມ - ໄທ ຈະນັບມື້ນັບໝັ້ນຄົງໜຽວແໜ້ນ./.

(ແຫຼ່ງຄັດຈາກ VOV)


top