ຂ່າວສານ

ສາຍພົວພັນແບບພິເສດ ລາວ - ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງນັບແຕ່ໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ

ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນ, ມີສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານແລ້ວ.
  ປະທານໂຮ່ຈີມີນ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ຍິ່ງໃຫຍ່ຂອງ 2 ຊາດ ຫວຽດນາມ - ລາວ (ພາບເອກະສານ: TTXVN)  

 ໃນຊຸມມື້ຜ່ານມາ, ມີໜັງສືພິມໃຫຍ່ຫຼາຍສະບັບຂອງ ລາວ ຄື: ປະຊາຊົນ, ປະເທດລາວ ໄດ້ລົງພິມບົດຂຽນຫຼາຍບົດຍ້ອງຍໍກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ.

ເນື່ອງໃນໂອກາດປີສາມັກຄີ, ມິດຕະພາບ ລາວ - ຫວຽດນາມ, ໜັງສືພິມ ປະເທດລາວ ສຽງຂອງສຳນັກຂ່າວສານ ລາວ (KPL) ສະບັບອອກວັນທີ 25 ເມສາ ໄດ້ ລົງພິມບົດຂຽນດ້ວຍຫົວຂໍ້ “ສາຍພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ບົດຂຽນໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນ, ມີສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານແລ້ວ. ມີເສັ້ນຊາຍແດນຮ່ວມຍາວກວ່າ 2.000 ກມ, ການພົວພັນຢ່າງສະໜິດແໜ້ນລະຫວ່າງ ລາວ - ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ 2 ປະເທດບ້ານໃກ້ເຮືອນຄຽງ.

ປີ 2022 ນີ້, ປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລາວ - ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ຂ່ຳນັບຮັບຕ້ອນປີສາມັກຄີ, ມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022. ນີ້ແມ່ນໂອກາດເພື່ອໃຫ້ 2 ປະເທດພ້ອມກັນສືບທອດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ.

ໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ສະບັບອອກວັນທີ 25 ເມສາ ມີບົດຂຽນດ້ວຍຫົວຂໍ້ວ່າ “ນ້ຳໃຈສາມັກຄີ ລາວ - ຫວຽດນາມ ບໍ່ສາມາດຕັກແຍກອອກຈາກກັນໄດ້”. ບົດຂຽນໄດ້ເນັ້ນໜັກວ່າ, ປີ 2022 ຍ້ອນສະພາບການໂລກ ແລະ ພາກພື້ນເກີດຄວາມສັບສົນຫຼາຍຢ່າງ, ພິເສດແມ່ນການແຜ່ລະບາດຂອງໂລກລະບາດໂຄວິດ -19 ທັງຢູ່ ລາວ ແລະ ຫວຽດນາມ ທີ່ໄດ້ສົ່ງຜົນກະທົບເຖະງຫຼາຍຂົງເຂດການຮ່ວມມືຂອງ 2 ປະເທດ. ເຖິງຢ່າງໃດກໍ່ຕາມ, 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງທັນການ ນຳມາເຊິ່ງປະສິດທິຜົນສູງ ແລະ ແທດຈິງ. ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກໂລກລະບາດໂຄວິດ-19; ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ.

ສ່ວນໜັງສືພິມ ປະເທດລາວ ສະບັບອອກວັນທີ 25 ເມສາ ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ “ສາຍພົວພັນແບບພິເສດ ລາວ - ຫວຽດນາມ ໄດ້ຮັບການສ້າງຕັ້ງຈາກໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ບົດຂຽນໄດ້ທົບທວນຄືນໄລຍະປະຫວັດສາດຂອງການພົວພັນລະຫວ່າງ 2 ປະເທດໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ການຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ຊົນຊາດ (1930-1945), ການຕໍ່ສູ້ຕ້ານສັດຕູຜູ້ຮຸກຮ້ານ (1945-1975). ພິເສດ, ໃນໄລຍະຕໍ່ສູ້ຕ້ານແອກຄອບຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າ, 2 ປະເທດໄດ້ສ້າງຕັ້ງສຳພັນທະມິດສູ້ຮົບ ລາວ - ຫວຽດນາມ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈຍູ້ແຮງການຕໍ່ສູ້ຕ້ານສັດຕູໂຕດຽວກັນ.


top