ອາຊຽນ

ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ພັດທະ ນານັບມື້ນັບກວ້າງຂວາງ ເລິກເຊິ່ງ ແທດເໝາະ ກັບຄວາມ ເປັນຈິງ ແລະ ມີປະສິດທິຜົນ

ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະກອບສ່ວນ ປັບປຸງ ສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມື ຮອບດ້ານ ລະຫວ່າງສອງປະເທດ ສສ ຫວຽດນາມ ແລະ ສປປ ລາວ; ພ້ອມກັນແລກປ່ຽນ ສືບຕໍ່ຊອກຫາວິທີແກ້ ໄຂ ຊຸກຍູ້ ບັນດາຂໍ້ຕົກລົງ, ຮ່ວມມື ທີ່ໄດ້ຮັບການລົງນາມ ກໍຄື ເພີ່ມທະວີ ການຮ່ວມມືວ່າດ້ວຍ ການລົງທຶນ ລະຫວ່າງ ສອງ ປະເທດ. 
ຫວຽດນາມ ແລະ ລາວ ມີມູນເຊື້ອ ຄວາມສາມັກຄີແບບ ພິ ເສດ, ສາຍພົວພັນສັດຊື່ ບໍລິສຸດ ລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນ ສອງປະເທດ ໂດຍ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນຳ ແລະ  ປະຊາຊົນ ສອງປະເທດ ຫຼາຍຮຸ່ນຄົນ ໄດ້ ອອກແຮງ ເພີ່ມພູນຄູນສ້າງ, ປົກປັກຮັກສາ ແລະ ເສີມຂະ ຫຍາຍ ເໝືອນດັ່ງຊັບສົມບັດອັນລຳ້ຄ່າ ຂອງ ສອງປະເທດ. 
 

ສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ
ກວດແຖວກອງກຽດຕິຍົດ ກອງທັບ ປະຊາຊົນ ຫວຽດນາມ. ພາບ: ຖົ໋ງເຍິດ-VNA



ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສະ ຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກັບບັນດາ ຫຼານ ນ້ອຍເຍົາວະຊົນ ນະຄອນຫຼວງ ຮ່າໂນ້ຍ
ໃນພິທີຕ້ອນຮັບ. ພາບ: ຖົ໋ງເຍິດ-VNA



ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສະ ຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມສອງພັນລະຍາ
ບົນເສັ້ນທາງໄປຍັງ ສຳນັກງານ ລັດຖະບານ. ພາບ: ເຢືອງຢາງ-VNA



ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສະ ຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ສຳນັກງານ ລັດຖະບານ. ພາບ: ຖົ໋ງເຍິດ-VNA


ສະຫາຍ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທໍາການພົບ ປະເຈລະຈາກັບ ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸ ລິດ. ພາບ: ຖົ໋ງເຍິດ-VNA


ສະຫາຍ ຫງວຽນຝູຈ້ອງ ສະຫາຍເລຂາທິການໃຫຍ່, ປະ ທານ ປະເທດແຫ່ງ ສສ ຫວຽດນາມ ໃນການຕ້ອນຮັບ ສະ ຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ພາບ: ຈີ້ຢຸງ-VNA


ສະຫາຍນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໃນການແລກປ່ຽນຄຳຄິດຄຳເຫັນກັບ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ
ເນື່ອງໃນໂອກາດ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ. ພາບ: ຈ້ອງດຶກ-VNA

ບັນດາຂົງເຂດຄວາມຮ່ວມມືດ້ານເສດຖະກິດ, ວັດທະນະ ທຳ, ການສຶກສາ-ບຳລຸງສ້າງ ແລະ ວິທະຍາສາດ ເຕັກນິກ ລະຫວ່າງ ຫວຽດນາມ ແລະ ລາວ ມີການຫັນປ່ຽນ ຢ່າງແຂງ ແຮງ. ສອງ ຝ່າຍໄດ້ເປັນເຈົ້າການ, ຕັ້ງໜ້າ ຜັນຂະຫຍາຍ ຢ່າງມີປະສິດທິຜົນ ບັນດາຂໍ້ສັນຍາຮ່ວມມື ລະຫວ່າງສອງ ລັດຖະບານ ແລະ ບັນດາເນື້ອໃນບົດບັນທຶກ ກອງປະຊຸມ ຄະນະກຳມາທິການ ລະຫວ່າງລັດຖະບານຫວຽດນາມ-ລາວ ຄັ້ງທີ 41 (ເດືອນ ມັງກອນ 2019). ວົງເງິນການຄ້າ ສອງສົ້ນ ປີ 2018 ບັນລຸກວ່າ 1 ຕື້ ໂດລາສະຫະລັດ, 8 ເດືອນ ຕົ້ນປີ 2019 ບັນລຸ 748 ລ້ານ ໂດລາສະຫະລັດ (ເພີ່ມ 14,2% ເມື່ອທຽບກັບ ໄລຍະດຽວກັນ ຂອງປີ 2018).

ຫວຽດນາມ ສືບຕໍ່ເປັນນັກລົງທຶນ ຕ່າງປະເທດ ໃຫຍ່ອັນດັບ ທີ 3 ຢູ່ ລາວ. ຕາມຕົວເລກ ສະຖິຕິ ຂອງ ກະຊວງແຜນການ ແລະ ການລົງທຶນ ລາວ, ເຖິງເດືອນ ມິຖຸນາ 2019, ການລົງ ທຶນ ຂອງ ວິສາຫະກິດ ຫວຽດນາມ ຢູ່ລາວ ບັນລຸ 411 ໂຄງ ການ ດ້ວຍມູນຄ່າ ການລົງທຶນ ທັງໝົດ 4,22 ຕື້ ໂດລາສະ ຫະລັດ ເຂົ້າໃນຂົງເຂດ ເຊັ່ນ: ໄຟຟ້ານຳ້ຕົກ, ຂຸດຄົ້ນບໍ່ແຮ່, ບໍລິການ, ກະສິກຳ ແລະ ໂທລະຄົມມະນາຄົມ. ບັນດາໂຄງ ການເຄື່ອນໄຫວຢ່າງມີປະສິດທິຜົນ ໃນຂົງເຂດທະນາຄານ, ໂຮງແຮມ ຊຶ່ງປະກອບສ່ວນໃຫ້ແກ່ງົບປະມານ ແຫ່ງລັດ ລາວ ແລະ ຄວາມສະຫງົບປອດໄພ ຂອງສັງຄົມ, ຊຶ່ງ ລັດ ຖະບານລາວ ຕີລາຄາສູງ.

ການຮ່ວມມືດ້ານການສຶກສາ ບຳລຸງສ້າງ-ວັດທະນະທຳ ສືບ ຕໍ່ໄດ້ເອົາໃຈໃສ່. ສອງຝ່າຍໄດ້ປະສານສົມທົບຜັນຂະຫຍາຍ ຢ່າງມີປະສິດທິຜົນ ແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະ ສິດທິຜົນການຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໃນ ຂົງເຂດການສຶກສາ ແລະ ພັດທະນາ ແຫຼ່ງ ຊັບພະຍາກອນມະນຸດ ໄລຍະ 2011-2020”, ຖືສໍາຄັນ ເພີ່ມທະວີ ການກໍ່ສ້າງພະນັກງານຍຸດທະສາດ ໃຫ້ແກ່ລາວ. ປີ 2018, ຫວຽດນາມ ໄດ້ສະຫງວນໃຫ້ແກ່ລາວ ທຶນການສຶກສາ 1271 ທຶນ (ເພີ່ມ 271 ທຶນ ເມື່ອທຽບກັບ ຂໍ້ຕົກລົງ ຂອງສອງລັດຖະບານ), ລາວ ໄດ້ສະຫງວນທຶນ ການສຶກສາ ໃຫ້ແກ່ ຫວຽດນາມ 60 ທຶນ. ຈຳນວນ ນັກສຶກສາ ລາວ ກຳລັງສຶກສາຢູ່ ຫວຽດນາມ ມີທັງໝົດ 14.656 ຄົນ ແລະ ຈໍານວນນັກສຶກສາ ຫວຽດນາມ ກຳລັງສຶກສາຢູ່ລາວ ມີທັງໝົດ 260 ຄົນ.

ສອງປະເທດສືບຕໍ່ເພີ່ມທະວີ ການຮ່ວມມື, ອຳນວຍ ຄວາມ ສະດວກ ໃຫ້ວົງຄະນາຍາດ ຄົນ ຫວຽດນາມ ຢູ່ລາວ ແລະ ຄົນລາວ ຢູ່ ຫວຽດນາມ ທີ່ກຳລັງໃຊ້ຊີວິດ, ເຮັດວຽກ ແລະ ສຶກສາຮຳ່ຮຽນ ຢູ່ແຕ່ລະປະເທດ. ມາຮອດປັດຈຸບັນ ໄດ້ສ້າງ ຕັ້ງສະມາຄົມ ຊາວ ຫວຽດນາມ ຢູ່ 12/18 ແຂວງ, ນະຄອນ ຂອງ ລາວ.


ສະຫາຍນາຍົກລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນ ພິ ທີ ລົງນາມ ອະນຸສັນຍາວ່າດ້ວຍການປັບປຸງ ຂໍ້ຕົກລົງ ລະ ຫວ່າງ ລັດຖະບານ ຂອງ ສອງປະເທດ
ກ່ຽວກັບໂຄງ ການ ກໍ່ສ້າງ ຫໍສະພາແຫ່ງຊາດລາວ. ພາບ: ຖົ໋ງເຍິດ-VNA



ສະຫາຍນາຍົກລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນພິ ທີ ລົງນາມ ໂຄງການຮ່ວມມືລະຫວ່າງ ຫວຽດນາມ-ລາວ ໃນຂົງ ເຂດການສຶກສາ
ແລະ ພັດທະນາຊັບພະຍາກອນມະ ນຸດ ໄລຍະ 2021 – 2030 ລະຫວ່າງ ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ
ກັບກະຊວງສຶກສາທິການ ແລະ ກິລາ ລາວ. ພາບ: ຖົ໋ງເຍິດ-VNA



ສະຫາຍນາຍົກລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນພິ ທີລົງນາມ ບົດບັນທຶນຊ່ວຍຈຳ ລະຫວ່າງບໍລິສັດຫຸ້ນສ່ວນ ການບິນ VietJet
ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ວ່່າດ້ວຍການຮ່ວມມືພັດທະນາ ການບິນພົນ ລະ ເຮືອນ.   ພາບ: ຖົ໋ງເຍິດ-VNA



ສະຫາຍນາຍົກລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນພິ ທີ ລົງນາມ ບົດບັນທຶນຊ່ວຍຈຳ ລະຫວ່າງ ກະຊວງແຜນ ການ ແລະ ການລົງທຶນ ຫວຽດນາມ ກັບກະຊວງແຜນການ
ແລະ ການລົງທຶນ ລາວ ວ່າດ້ວຍການສ້າງແຜນຍຸດ ທະສາດ ຮ່ວມມື ດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ເຕັກນິກ ລະຫວ່າງ
ສອງປະເທດ ໄລຍະ 2021-2030 ແລະ ສັນຍາຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2025.  ພາບ: ຖົ໋ງເຍິດ-VNA



ສະຫາຍ ນາຍົກລັດຖະມົນຕີທັງສອງ ເປັນສັກຂີພິຍານ ໃນພິ ທີລົງນາມໃນບົດບັນທຶນຊ່ວຍຈຳ ລະຫວ່າງ ກະຊວງການ ເງິິນ ຫວຽດນາມ ແລະ ກະຊວງການເງິນລາວ ວ່າດ້ວຍ
ການສະໜອງບ້ວງເງິນກູ້ ໃຫ້ໂຄງການກໍ່ສ້າງ ເສັ້ນທາງແຕ່ ພູທິດ ເຜິ້ງ, ແຂວງ ຫຼວງພະບາງ ແຫ່ງ ສປປ ລາວ ໄປຊາຍແດນ ນາຊອນ, ຕິດກັບເມືອງ ດ້ຽນບຽນດົງ
ແຂວງ ດຽ້ນບຽນ ແຫ່ງ ສສ ຫວຽດນາມ.  ພາບ: ຖົ໋ງເຍິດ-VNA



ສະຫາຍ ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ພ້ອມ ດ້ວຍ ຄະນະຜູ້ແທນຂັ້ນສູງ ລາວ ມາວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ. ພາບ: ເລີມແຄ໋ງ-VNA

ສະຫາຍ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖ່າຍຮູບ ຕົວແບບການຜະລິດໝູນໃຊ້ເຕັກໂນໂລຊີສູງ ຂອງ ດ່າໜັງ ແລະ ກ່າວວ່າ
ຂະແໜງການກະສິກຳຂອງ ລາວ ກໍຄວນຄົ້ນ ຄວ້າບັນດາເຕັກໂນໂລຊີນີ້. ພາບ: ກວກຢຸ້ງ-VNA

ສອງປະເທດໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຮ່ວມມື ຂອງ ພາກພື້ນ ແລະ ສາກົນ; ສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບ ກັບບັນດາປະເທດສະມາຊິກ ASEAN ໃນການ ກໍ່ສ້າງປະຊາຄົມ ASEAN ແລະ ຮັກສາໄວ້ຄວາມ ສາມັກຄີ, ເຫັນພ້ອມ ຂອງ ASEAN ໃນບັນດາບັນຫາ ຍຸດ ທະສາດ ຢູ່ ພາກພື້ນ ຊຶ່ງລວມມີບັນຫາທະເລຕາເວັນອອກ. ລາວ ຕັ້ງໜ້າສະໜັບສະໜູນ ຫວຽດນາມ ເຂົ້າເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາ ຊາດ ແລະ ດຳລົງຕຳແໜ່ງເປັນປະທານ ASEAN 2020. ສອງຝ່າຍໄດ້ມີການຮ່ວມມື, ປະສານສົມທົບກັນ ເປັນປະຈຳ ກັບ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ທີ່ ກ່ຽວ ຂ້ອງ ເພື່ອຄຸ້ມຄອງ, ນຳໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ ແຫຼ່ງນຳ້ ແມ່ນຳ້ຂອງ, ຄຳ້ປະກັນຢ່າງປະສານ ກົມກຽວກັນ ຜົນປະໂຫຍດ ຂອງ ບັນດາປະເທດ ໃນເຂດລຸ່ມແມ່ນ້ຳຂອງ, ສືີບຕໍ່ ປະສານສົມທົບ ກັບບັນດາຝ່າຍ ຄວບຄຸມກວດກາ ບັນດາ ຜົນກະທົບຮອບດ້ານ ຂອງການນຳ ໃຊ້ແຫຼ່ງນຳ້ ແມ່ນຳ້ຂອງ. 
ບົດ: VNP ສັງລວມ-ພາບ: VNA

top