ຂ່າວສານ

ສາຍພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ມີບົດບາດສຳຄັນທີ່ສຸດ ແລະ ຍິ່ງໃຫຍ່ຕໍ່ການພັດທະນາຂອງແຕ່ລະປະເທດ

      ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ມີບົດບາດສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດສຳລັບການພັດທະນາຂອງແຕ່ລະປະເທດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ (ພາບ: TTXVN)
      ໂດຍໄດ້ຮັບຄໍາເຊື້ອເຊີນຈາກພະບາດສົມເດັດ ພະເຈົ້າມະຫາຊີວິດ Norodom Sihamoni, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 21 – 22 ທັນວາ 2021. ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດນັກຂ່າວ ຫວຽດນາມ ກ່ຽວກັບສາຍພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ” ລະຫວ່າງສອງປະເທດ, ພິເສດໃນຈຸດເວລາທີ່ ຫວຽດນາມ ແລະ ກຳປູເຈຍ ພວມກະກຽມສະຫຼອງສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (24/6/1967 – 24/6/2022), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນຮຸຍຕັງ ຢັ້ງຢືນວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ມີບົດບາດສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດສຳລັບການພັດທະນາຂອງແຕ່ລະປະເທດ.
        ມຸ່ງໄປເຖິງການສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ, ຫວຽດນາມ ແລະ ກຳປູເຈຍ ຈະຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມທາງດ້ານການເມືອງ ແລະ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ສອງປະເທດຈະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດເສດຖະກິດຢ່າງບໍ່ຢຸດຢັ້ງ, ສ້າງກຳລັງໜູນໃໝ່ແກ່ການພັດທະນາຂອງແຕ່ລະປະເທດ ແລະ ກາຍເປັນແຫຼ່ງກຳລັງໜູນ ແລະ ປັດໄຈຮັບປະກັນການພັດທະນາແບບຍືນຍົງຂອງການພົວພັນສອງຝ່າຍ.
(ແຫຼ່ງຄັດຈາກ VOV)


top