ຂ່າວສານ

ສັບ​ປະ​ດາ​ວັດ​ທະ​ນະ​ທຳ ກຳ​ປູ​ເຈຍ ຢູ່ ຫວຽດ​ນາມ ປີ 2022 ຈະ​ດຳ​ເນີນ​ແຕ່​ວັນ​ທີ 27 ກັນ​ຍາ ຫາວັນ​ທີ 2 ຕຸ​ລາ

ນັບແຕ່ວັນທີ 27 ກັນຍາ ຫາວັນທີ 2 ຕຸລາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ຈະຈັດສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ ປີ 2022 ດ້ວຍກິດຈະກຳຫຼາຍຢ່າງຢູ່ນະຄອນ ໂຮ່ຈີມິນ ແລະ ແຂວງ ຈ່າວິງ.
  ການສະແດງສິລະປະ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ ແລະ ຂ່ຳນັບຮັບຕ້ອຍປີສາມັກຄີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ ຫວຽດນາມ 2022, ນັບແຕ່ວັນທີ 27 ກັນຍາ ຫາວັນທີ 2 ຕຸລາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ຈະຈັດສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ ປີ 2022 ດ້ວຍກິດຈະກຳຫຼາຍຢ່າງຢູ່ນະຄອນ ໂຮ່ຈີມິນ ແລະ ແຂວງ ຈ່າວິງ.

ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ ປີ 2022 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ກັນຍາ, ຢູ່ ໂຮງລະຄອນ ນະຄອນໂຮ່ຈີມິນ. ໃນຂອບເຂດສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ ປີ 2022, ຈະດຳເນີນພິທີລົງນາມ “ແຜນການຮ່ວມມືດ້ານວັດທະນະທຳ, ສິລະປະລະຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ໄລຍະ 2023 – 2027.


top