ຂ່າວສານ

ສັບປະດາຮູບເງົາອາຊຽນ 2020 ຢູ່ນະຄອນ ດ່ານັ້ງ

      ສັບປະດາຟິບຮູບເງົາ ອາຊຽນ 2020 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 18 – 26 ກໍລະກົດ ຢູ່ 3 ນະຄອນໃຫຍ່ຄື: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈີມິນ.

ມີຮູບເງົາ 8 ເລື່ອງ, ຮູບເງົາກະຕູນ 1 ເລື່ອງ
(ພາບ: danang.gov.vn)
      ໃນລະຫວ່າງວັນທີ 19 – 25 ກໍລະກົດ, ຢູ່ນະຄອນ ດ່ານັ້ງ ໄດ້ດຳເນີນສັບປະດາ ຮູບເງົາອາຊຽນ 2020, ດ້ວຍຫົວຂໍ້ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ນີ້ແມ່ນເຫດການຂ່ຳນັບຊົມເຊີຍປີເປັນປະທານອາຊຽນ 2020 ຂອງຫວຽດນາມ.
        ຄະນະຈັດຕັ້ງໄດ້ຄັດເລືອກ ຮູບເງົາ 9 ເລື່ອງຂອງ 9 ປະເທດອາຊີຕາເວັນອອກສ່ຽງໃຕ້ ລວມມີ: ບຣຸໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຫວຽດນາມ… ໃນນັ້ນ, ມີຮູບເງົາ 8 ເລື່ອງ, ຮູບເງົາກະຕູນ 1 ເລື່ອງເພື່ອນຳມາສາຍຮັບໃຊ້ຜູ້ຊົມ.
        ຢູ່ດ່ານັ້ງ, ຮູບເງົາເຫຼົ່ານັ້ນໄດ້ສາຍໂດຍບໍ່ເກັບຄ່າຮັບໃຊ້ຜູ້ນິຍົມຮູບເງົາ. ສັບປະດາຟິບຮູບເງົາ ອາຊຽນ 2020 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 18 – 26 ກໍລະກົດ ຢູ່ 3 ນະຄອນໃຫຍ່ຄື: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)


top