ຂ່າວສານ

ສັບປະດາວັດທະນະທຳ-ທ່ອງທ່ຽວ-ການຄ້າ, ນັກທຸລະກິດ ຫາຍຟ່ອງ

       
(VOVWORLD) - ຈັດກອງປະຊຸມສຳມະນາ ວັດທະນະທຳການປະພຶດຂອງນັກທຸລະກິດໃນໃນໄລຍະເຊື່ອມໂຍງ”, “ບົດຮຽນໃນການເຄື່ອນໄຫວຂອງບັນດາສະມາຄົມ ແລະ ສະຫະສະມາຄົມໃນການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວໜູນຊ່ວຍສະມາຊິກ”…

ພິທີຕັດແຖບຜ້າເປີດສະຫຼອງງານບຸນ 
      ສັບປະດາວັດທະນະທຳ - ທ່ອງທ່ຽວ - ການຄ້ານັກທຸລະກິດ ຫາຍຟ່ອງ ໃນໄລຍະເຊື່ອມໂຍງ ແລະ ງານວາງສະແດງຜົນງານດ້ານເສດຖະກິດຂອງນັກທຸລະກິດ ຫາຍຟ່ອງ ປີ 2018 ໄດ້ຮັບການຈັດຕັ້ງໃນວັນທີ 30 ທັນວາ 2018 ຮອດວັນທີ 5 ມັງກອນ 2019 ຢູ່ສູນວັດທະນະທຳຊາວໜຸ່ມ ຫາຍຟ່ອງ. ເຫດການລວມມີການເຄື່ອນໄຫວຕ່າງໆຄື: ຈັດກອງປະຊຸມສຳມະນາ “ວັດທະນະທຳການປະພຶດຂອງນັກທຸລະກິດໃນໃນໄລຍະເຊື່ອມໂຍງ”, “ບົດຮຽນໃນການເຄື່ອນໄຫວຂອງບັນດາສະມາຄົມ ແລະ ສະຫະສະມາຄົມໃນການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວໜູນຊ່ວຍສະມາຊິກ”… ທ່ານນາງ ດ່າວທິກິມເງິນ, ປະທານສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ນະຄອນຫາຍຟ່ອງ, ໃຫ້ຮູ້ວ່າ:
        ເຫດການບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແກ່ການສົ່ງເສີມການຄ້າ, ເປີດກ້ວາງຕະຫຼາດ, ແນະນຳ, ໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນສິນຄ້າ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາວິສາຫະກິດເທົ່ານັ້ນ, ຫາກຍັງແມ່ນໂອກາດ ເພື່ອລະດົມກຳລັງໃຈ, ສົ່ງເສີມບັນດານັກທຸລະກິດ, ວິສາຫະກິດມີນ້ຳໃຈຮັກຊາດ, ວັດທະນະທຳໃນການດຳເນີນທຸລະກິດ, ມີຄວາມຮັບຜິດຊອບສັງຄົມສູງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງວິສາຫະກິດ.
 (ແຫຼ່ງຄັດຈາກ VOV)
      

top