ຂ່າວສານ

ສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 2 ດຳເນີນໄປຢ່າງຟົດຟື້ນ ແລະ ມີສີສັນຫຼາກຫຼາຍ

ຢູ່ໂຮງໄປສະນີໃຈກາງນະຄອນ ໂຮ່ຈີມິນ, ໂຮງລະຄອນຂອງນະຄອນ, ທາງປື້ມນະຄອນ… ໄດ້ດຳເນີນບັນດາລາຍການສະແດງເຄື່ອງດົນດີພື້ນເມືອງ, ເດີນກາຕາຍຕື, ການລະຫຼີ້ນພື້ມເມືອງ…
  ພິທີປຸກລະດົມສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ (ພາບ: tuoitrethudo.com.vn)  

ຕອນເຊົ້າວັນທີ 05 ທັນວາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ຈັດພິທີປຸກລະດົມສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 2 ປີ 2022. ດ້ວຍຫົວຂໍ້ “ສີສັນງານບຸນ - ການຄົ້ນຫາ”, ສັບປະດາທ່ອງທ່ຽວຄັ້ງທີ 2 ປີ 2022 ໄດ້ດຳເນີນແຕ່ວັນທີ 05 – 11 ທັນວາ ຢູ່ບັນດາສະຖານທີ່ພົ້ນເດັ່ນຂອງນະຄອນ.

ຢູ່ໂຮງໄປສະນີໃຈກາງນະຄອນ ໂຮ່ຈີມິນ, ໂຮງລະຄອນຂອງນະຄອນ, ທາງປື້ມນະຄອນ… ໄດ້ດຳເນີນບັນດາລາຍການສະແດງເຄື່ອງດົນດີພື້ນເມືອງ, ເດີນກາຕາຍຕື, ການລະຫຼີ້ນພື້ມເມືອງ…

ໃນສັບປະດານີ້, ເປັນຄັ້ງທຳອິດຈັດການເຄື່ອນໄຫວວາງສະແດງພາບຖ່າຍ ແລະ ພາບແຕ້ມເຂດຕົວເມືອງ ກ່ຽວກັບບັນດາສັນຍາລັກ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນ ຂອງກຸ່ມນັກສະຖາປະນິກເປັນມືອາຊີບ - “Urban Sketcher”. ນອກຈາກນັ້ນກໍ່ມີການເຄື່ອນໄຫວອື່ນຈັດຂຶ້ນໃນເວລາດຽວກັນຄື ການແລ່ນ Marathon ສາກົນນະຄອນ ໂຮ່ຈີມິນ Techcombank ຄັ້ງທີ 5 ປີ 2022 - ເຊິ່ງມີຂອບຂະໜາດໃຫຍ່ກວ່າໝູ່ຢູ່ ຫວຽດນາມ, ຈະຈັດຂຶ້ນແຕ່ວັນທີ 09-11 ທັນວາ.

ເນື່ອງໃນໂອກາດນີ້, ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ກໍ່ສະເໜີຫຼາຍລາຍການທ່ອງທ່ຽວໃໝ່, ຜະລິດຕະພັນ ແລະ ການບໍລິການໃໝ່ ດ້ວຍລາຄາບຸລິມະສິດ.


top