ຂ່າວສານ

ສັບປະດາຄ້ຳປະກັນດ້ານສະບຽງອາຫານແລະການເຈລະຈານະໂຍບາຍຂັ້ນສູງໃນຂອບເຂດປີ APEC2017ຢູ່ນະຄອນເກີນເທີ

      ວັນທີ 19 ສິງຫາ, ກອງປະຊຸມສຳມະນາເພີ່ມທະວີກຳລັງຄວາມສາມາດກ່ຽວກັບ “ການຫລຸດຜ່ອນສະພາບຮົ່ວໄຫລແລະຟຸມເຟືອຍສະບຽງອາຫານ, ມຸ່ງໄປເຖິງລະບົບສະບຽງອາຫານ APEC ໝັ້ນຄົງ” ໄດ້ຈັດຂຶ້ນໃນຂອບເຂດສັບປະດາດ້ານສະບຽງອາຫານຢູ່ ນະຄອນເກີນເທີ. 

ໝາກໄມ້ຢູ່ພາກໃຕ້ຫວຽດນາມ
      ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ສຸມໃສ່ປຶກສາຫາລື 4 ຫົວເລື່ອງຕົ້ນຕໍຄື: ບັນດາຄຳແນະນຳເພື່ອຕີລາຄາການຫລຸດຜ່ອນສະພາບຮົ່ວໄຫລ ແລະ ຟຸມເຟືອຍສະບຽງອາຫານ, ແບ່ງປັນບົດຮຽນ ແລະ ບັນດາມາດຕະການຂອງພາກເອກະຊົນ ເພື່ອຫລຸດຜ່ອນສະພາບຮົ່ວໄຫລ ແລະ ຟຸມເຟືອຍສະບຽງອາຫານ, ພິຈາລະນາ, ກວດກາບັນດາໂຄງການຂອງ APEC ກ່ຽວກັບການຫລຸດຜ່ອນສະພາບຮົ່ວໄຫລ ແລະ ຟຸມເຟືອຍສະບຽງອາຫານ ແລະ ບັນດາມາດຕະການເພື່ອເພີ່ວທະວີຄວາມຮັບຮູ້ ແລະ ມຸ່ງໄປເຖິງຈຸດໝາຍຜະລິດ ແລະ ການໃຊ້ສອຍແບບຍືນຍົງຂອງບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງ ສປຊ.
      ແລະ ໃນວັນດຽວກັນ ທີ່ກອງປະຊຸມສຳມະນາ ກ່ຽວກັບການ “ສ້າງລະບົບຜະລິດ ແລະ    ຈຳຫນ່າຍຜະລິດຕະພັນກະເສດຢ່າງເໝາະສົມ - ການສຳຜັດລະຫວ່າງຂະແຫນງໃນການນຳໃຊ້ຂໍ້ມູນຂ່າວກ່ຽວກັບອາກາດເພື່ອຮັບໃຊ້ການຄ້ຳປະກັນດ້ານສະບຽງອາຫານ.
 ບັນດາຜູ້ແທນສືບຕໍ່ແບ່ງປັນບົດຮຽນ, ປຶກສາຫາລືກ່ຽວກັບຫົວເລື່ອງ “ສ້າງກຳລັງຄວາມສາມາດເໝາະສົມໃຫ້ແກ່ລະບົບຜະລິດສະບຽງອາຫານ, ບັນດາມາດຕະການສັງລວມເພື່ອຄຸ້ມຄອງຄວາມສ່ຽງຈາກອາກາດ.
 (ແຫຼ່ງຄັດຈາກ VOV)

top