ສັນທະປະປາ ໄດ້ສົ່ງຄຳແບ່ງເບົ່າຄວາມເສົາສະຫຼົດໃຈມາຍັງຍາດຕິພີ່ນ້ອງຢູ່ປະສົບເຄາະຮ້າຍ ແລະ ເລັ່ງໃຫ້ບັນດາພາກສ່ວນຫົວຮຸນແຮງຍົກເລີກການໃຊ້ຄວາມຮຸນແຮງແບບນີ້.
ສັນທະປະປາ Francis ໃນພິທີສວມມົນພາວະນາຢູ່ ສຳນັກວາຕີກັງ (ພາບ: AFP/TTXVN)
ວັນທີ 17 ຕຸລາ, ສັນທະປະປາ Francis ໄດ້ກ່າວປະນາມການບຸກໂຈມຕີຄັ້ງຕ່າງໆ ທີ່ເກີດຂຶ້ນໃນອາທິດຜ່ານມາຢູ່ ນອກແວ, ອາບການິດສະຖານ ແລະ ອັງກິດ ໄດ້ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ. ໃນພິທີສວມມົນພາວະນາຢູ່ ສຳນັກວາຕີກັງ, ສັນທະປະປາ ໄດ້ສົ່ງຄຳແບ່ງເບົ່າຄວາມເສົາສະຫຼົດໃຈມາຍັງຍາດຕິພີ່ນ້ອງຢູ່ປະສົບເຄາະຮ້າຍ ແລະ ເລັ່ງໃຫ້ບັນດາພາກສ່ວນຫົວຮຸນແຮງຍົກເລີກການໃຊ້ຄວາມຮຸນແຮງແບບນີ້.
ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 41 ຄົນ ແລະ ຜູ້ຮັບບາດເຈັບ 70 ຄົນ ໃນເຫດບຸກໂຈມຕີສະຫຼະຊີບຢູ່ໂບດອິດສະລາມແຫ່ງໜຶ່ງຢູ່ ນະຄອນ Kandahar ຂອງ ອາບການິດສະຖານ ໃນວັນທີ 15 ຕຸລາ. ບັນດາມືປືນຂອງອົງການກໍ່ການຮ້າຍ IS ໄດ້ປະກາດເປັນຕົວການດຳເນີນການບຸກໂຈມຕີດັ່ງກ່າວ.
(ແຫຼ່ງຄັດຈາກ VOV)