ຂ່າວສານ

ສັນ​ທະປະ​ປາ Francis ​ຮຽກ​ຮ້ອງ​ໃຫ້​ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ ເຈ​ລະ​ຈາ​ສັນ​ຕິ​ພາບ

ສັນທະປະປາ Francis ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາ.
  ສັນທະປະປາ Francis (ພາບ: Reuters)  
ວັນທີ 29 ມັງກອນ, ສັນທະປະປາ Francis ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ເຂົ້າຮ່ວມການເຈລະຈາເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາ; ພ້ອມທັງກ່າວປະນາມທຸກການກະທຳໃຊ້ຄວາມຮຸນແຮງຕໍ່ກັນຢູ່ເຂດດິນແດນແຫ່ງຄວາມສັກສິດ Jerusalem. ສັນທະປະປະ Francis ກໍຮຽກຮ້ອງໃຫ້ປະຊາຄົມສາກົນຊອກຫາທິດກ້າວເດີນໃນທັນທີ, ນັ້ນແມ່ນການເຈລະຈາຢ່າງແທ້ຈິງເພື່ອຊອກຫາສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ.

top