ຂ່າວສານ

ສັນ​ຕະ​ປະ​ປາ ລີ​ໂອ ທີ່ 14 ນຳ​ມາ​ເຊິ່ງ​ຄວາມ​ຫວັງ​ກ່ຽວ​ກັບ​ໂລກ​ແຫ່ງ​ສັນ​ຕິ​ພາບ

ຕອນຄ່ຳວັນທີ 8 ພຶດສະພາ (ໂມງ ວາຕີກັງ) ພະຄະດີນັນ Robert Francis Prevost, ຊາວ ອາເມລິກາ ໄດ້ກາຍເປັນສັນຕະປະປາອົງທີ 267 ຂອງໂຣມັນກາໂຕລິກ ເອົາຊື່ວ່າ ລີໂອ ທີ 14.
(ພາບ: THX/TTXVN)

ໃນບົດກ່າວປາໄສຢູ່ລະບຽບໂບດ Peter ສັນຕະປະປາ ລີໂອ ທີ 14 ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ການໂອ້ລົມສົນທະນາ ແລະ ການເຜີຍແຜ່ສາສະໜາ:

ພວກເພື່ອນຊົ່ງຊ່ວຍເຫຼືອພວກຂ້າພະເຈົ້າ, ພ້ອມກັນສ້າງບັນດາຂົວມຸ່ງໄປເຖິງການໂອ້ລົມສົນທະນາ, ການພົບປະ, ພວກເຮົາທຸກຄົນຕ້ອງມີຄວາມສາມັກຄີ ເພື່ອກາຍເປັນຊົນຊາດສັນຕິພາບ.

ຕາມບັນດານັກຄົ້ນຄ້ວາ, ຊື່ ລີໂອ ແມ່ນສັນຍາລັກຂອງ “ສັນຕະປະປາທີ່ເຂັ້ມແຂງໃນສະໄໝວິກິດການ” ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສັນຕະປະປາອົງໃໝ່ ສຳລັບບັນດາບັນຫາສັງຄົມທີ່ຂະຫຍັນຂັນເຄື່ອນ. ດ້ວຍຖານະເປັນຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງສັນຕະປະປາ Francis, ສັນຕະປະປາອົງໃໝ່ ລີໂອ ທີ 14 ຖືກຖືວ່າ ຈະສືບຕໍ່ທິດທາງປະຕິຮູບຂອງລຸ້ນກ່ອນ.


top