ຂ່າວສານ

ສັນຕະປະປາ Leo XIV ສາບານຕົວຮັບດຳລົງຕຳແຫນ່ງ, ຮຽກຮ້ອງສະມາຄົມສາສະຫນາ ເປີດເຜີຍ ແລະ ສາມັກຄີ

ຕອນເຊົ້າວັນທີ 18 ພຶດສະພາ, ພິທີສາບານຕົວຮັບດຳລົງຕຳແຫນ່ງຂອງ ສັນຕະປະປາ Leo XIV ໄດ້ດຳເນີນຢູ່ ສະຫນາມຫລວງ Peter, ຢູ່ ວາຕິກັງ ໂດຍມີການເຂົ້າຮ່ວມຂອງປະມານ 250.000 ເຂົ້າຮ່ວມເພ່ືອເຫັນປະຈັກຕາຈຸດເວລາປະຫວັດສາດນີ້, ໃນນັ້ນ ມີຫລາຍການນຳສາສະຫນາ ແລະ ການເມືອງ ທີ່ມາຈາກຫລາຍປະເທດໃນໂລກ.
ສັນຕະປະປາ Leo XIV
ໃນບົດກ່າວປາໄສ, ສັນຕະປະປາ Leo XIV ຮຽກຮ້ອງສະມາຄົມສາສະຫນາ ດ້ວຍສະມາຊິກ 1,4 ຕື້ຄົນ ຕ້ອງຮັກສາມູນເຊື້ອ ແຕ່ຄວນເປີດເຜີຍ. ສັນຕະປະປາ ເນັ້ນຫນັກວ່າ ອະນາຄົດຂອງສະມາຄົມສາສະຫນາ ຕ້ອງແມ່ນອົງການສະຫນິດຕິດພັນ. ສັນຕະປະປາ ຕຳຫນິຕິຕຽນຮູບແບບເສດຖະກິດ ພຽງແຕ່ຮູ້ “ຂຸດຄົ້ນຊັບພະຍາກອນຂອງຫນ່ວຍໂລກ ແລະ ບໍ່ສົນໃຈຄົນທຸກຍາກ” ພ້ອມທັງກ່າວເຕືອນ ໂລກພວມເກີດການແບ່ງແຍກ, ຖືກຜົນສະທ້ອນ ຍ້ອນຄວາມຄຽດແຄ້ນ, ການໃຊ້ຄວາມຮຸນແຮງ. ສະນັ້ນ ສັນຕະປະປາ ຮຽກຮ້ອງຈິດໃຈເປີດເຜີຍ, ສາມັກຄີ ແລະ ຮັກແພງກັນ. ສັນຕະປະປາ ກໍ່ຮຽກຮ້ອງປະຊາຄົມກາໂຕລິກ, ບັນດາສາສະຫນາອື່ນ ແລະ ທຸກຄົນ ພ້ອມກັນສ້າງໂລກໃຫມ່, ແມ່ນບ່ອນພຽງແຕ່ມີສັນຕິພາບ.

top