ຂ່າວສານ

ສັນຍາ UKVFTA - ການຄ້າສີຂຽວ ແລະ ຍຸດຕິທຳກັບ ຫວຽດນາມ

UKVFTA ເລີ່ມມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 01 ພຶດສະພາ 2021. ພາຍຫຼັງທີ່ສັນຍາມີຜົນສັກສິດ, ອັງກິດ ລົບລ້າງກວ່າ 85% ຈຳນວນປະເພດພາສີອາກອນໃຫ້ແກ່ສິນຄ້າຂອງ ຫວຽດນາມ.
  (ທີ່ກອງປະຊຸມສຳມະນາ)  

ພ້ອມກັບແຜນຫຼຸດຜ່ອນພາສີອາກອນ, ສ້າງທ່າແຮງສະດວກໃຫ້ຫຼາຍຜະລິດຕະພັນທີ່ມີທ່າແຮງ, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (UKVFTA) ແມ່ນຂອບເຂດສຳຄັນໃຫ້ແກ່ການເຄື່ອນໄຫວຮ່ວມມືດ້ານການຄ້າສີຂຽວ ແລະ ຍຸຕິທຳ, ທ່າອ່ຽງພັດທະນາສຳຄັນໃນທົ່ວໂລກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການພັດທະນາແບບຍືນຍົງ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມສຳມະນາ “ສັນຍາ UKVFTA - ການຄ້າຂຽວ ແລະ ຍຸຕິທຳກັບ ຫວຽດນາມ” ໂດຍກະຊວງອຸດສາຫະກຳການຄ້າ ແລະ ສະຖານທູດລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ ສົມທົບກັນຈັດຂຶ້ນໃນຕອນບ່າຍວັນທີ 07 ມີນາ, ຢູ່ຮ່າໂນ້ຍ.

UKVFTA ເລີ່ມມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 01 ພຶດສະພາ 2021. ພາຍຫຼັງທີ່ສັນຍາມີຜົນສັກສິດ, ອັງກິດ ລົບລ້າງກວ່າ 85% ຈຳນວນປະເພດພາສີອາກອນໃຫ້ແກ່ສິນຄ້າຂອງ ຫວຽດນາມ. ທ່ານນາງ ຫວຽນແຄງງອັກ, ຮອງຫົວໜ້າກົມເອີລົບ - ອາເມລິກາ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ໃຫ້ຮູ້ວ່າ:

“ລາຊະອານາຈັກ ອັງກິດ ມີທ່າແຮງດ້ານເຕັກໂນໂລຊີ, ພະລັງງານທົດແທນ, ເອົາໃຈໃສ່ລົງທຶນຢູ່ ຫວຽດນາມ. ເລື່ອງລາຊະອານາຈັກ ອັງກິດ ເພີ່ມທະວີການລົງທຶນ ກໍ່ໝາຍຄວາມວ່າ ເລື່ອງນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າຈະເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດ ຫວຽດນາມ ກໍ່ເອົາໃຈໃສ່ຕອບສະໜອງມາດຕະຖານດ້ານສິນຄ້າ, ສິ່ງແວດລ້ອມຢ່າງຖືກຕ້ອງ”.

ປະຈຸບັນ, ລາຊະອານາຈັກ ອັງກິດ ພວມແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 15 ໃນຈຳນວນ 141 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນຢູ່ ຫວຽດນາມ.


top