ຂ່າວສານ

ສັນຍາ RCEP ຈະມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2022

      ເລື່ອງສັນຍາ RCEP ມີຜົນສັກສິດ ຈະປະກອບສ່ວນເຂົ້າໃນການຫັນບັນດາສັນຍາການຄ້າເສລີເຊິ່ງ ອາຊຽນ ໄດ້ລົງນາມກັບແຕ່ລະປະເທດຄູ່ຮ່ວມມືກ່ອນນີ້ເປັນຫຼາຍຮູບຫຼາຍແບບ.
(ພາບປະກອບ)
      ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງ 10 ປະເທດ ອາຊຽນ ແລະ  5 ປະເທດຄູ່ຮ່ວມມືແມ່ນ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ໄດ້ລົງນາມໃນວັນທີ 15 ພະຈິກ 2020. ກະຊວງອຸດສາຫະກຳການຄ້າ ໃຫ້ຮູ້ວ່າ, ຮອດວັນທີ 02 ພະຈິກ, ມີ 6 ປະເທດອາຊຽນ; ໃນນັ້ນມີ ຫວຽດນາມ ແລະ 4 ປະເທດຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ, ອົດສະຕາລີ ແລະ ນິວຊີແລນ ໄດ້ສົ່ງເອກະສານອະນຸມັດຜ່ານ/ໃຫ້ສັດຕະຍາບັນສັນຍາ RCEP ຂອງຕົນໃຫ້ທ່ານເລຂາທິການໃຫຍ່ອາຊຽນ. ສະນັ້ນ, ສັນຍາ RCEP ຈະມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 01 ມັງກອນ 2022.
        ເລື່ອງສັນຍາ RCEP ມີຜົນສັກສິດ ຈະປະກອບສ່ວນເຂົ້າໃນການຫັນບັນດາສັນຍາການຄ້າເສລີເຊິ່ງ ອາຊຽນ ໄດ້ລົງນາມກັບແຕ່ລະປະເທດຄູ່ຮ່ວມມືກ່ອນນີ້ເປັນຫຼາຍຮູບຫຼາຍແບບ. ດ້ວຍຂອບຂະໜາດຜູ້ບໍລິໂພກ 2,2 ຕື້ຄົນ, ກວມເອົາປະມານ 30% ຈຳນວນພົນລະເມືອງໃນທົ່ວໂລກ ແລະ GDP ປະມານ 26,2 ພັນຕື້ USD, ເທົ່າກັບປະມານ 30% GDP ຂອງທົ່ວໂລກ ແລະ ກາຍເປັນເຂດການຄ້າເສລີໃຫຍ່ກວ່າໝູ່ໃນໂລກ ຖ້າເບິ່ງຕາມຈຳນວນພົນລະເມືອງ. ຄາດວ່າ RCEP ຈະສ້າງຕະຫຼາດສົ່ງອອກແບບຍືນຍົງ, ຍາວນານໃຫ້ແກ່ບັນດາປະເທດ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ, ປະກອບສ່ວນຊຸກຍູ້ການປະຕິບັດນະໂຍບາຍສ້າງພື້ນຖານການຜະລິດຕາມການກຳນົດດທິດການສົ່ງອອກຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

top