ຂ່າວສານ

ສະ​ໂລ​ວາ​ກີ ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່ ອາ​ຊີ - ປາ​ຊີ​ຟິກ

ທ່ານເອກອັກຄະລັດຖະທູດ ຟ້າມເຈືອງຢາງ ແລະ ທ່ານຮອງລັດຖະມົນຕີ Marek Estok ຢັ້ງຢືນຖືເປັນສຳຄັນທີ່ຕັ້ງບົດບາດໃນເວທີສາກົນຂອງຫວຽດນາມ, ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ສະໂລວາກີ ຢູ່ອາຊີ - ປາຊີຟິກ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ຟ້າມເຈື່ອງຢາງ ແລະທ່ານ Marek Estok ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ສະໂລວາກີ (ພາບ: TTXVN )

ວັນທີ 27 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ສະໂລວາກີ ຢູ່ນະຄອນຫຼວງ Bratislava ,ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ຟ້າມເຈື່ອງຢາງ ມີການພົບປະ ແລະ ເຮັດວຽກກັບທ່ານ Marek Estok ຮອງລັດຖະມົນຕີຜູ້ທີໜຶ່ງ, ຜູ້ຮັບຜິດຊອບດ້ານການເມືອງຂອງກະຊວງການຕ່າງປະເທດ ແລະ ບັນດາບັນຫາເອີຣົບ.

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຟ້າມເຈືອງຢາງ ແລະ ທ່ານຮອງລັດຖະມົນຕີ Marek Estok ຢັ້ງຢືນຖືເປັນສຳຄັນທີ່ຕັ້ງບົດບາດໃນເວທີສາກົນຂອງຫວຽດນາມ, ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ສະໂລວາກີ ຢູ່ອາຊີ - ປາຊີຟິກ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈຳຖິ່ນຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ ສະໂລວາກີ - ເຊິ່ງແມ່ນປະຊາຄົມທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມເປັນມິດ ໄດ້ຮັບການຮັບຮູ້ແມ່ນປະຊາຄົມຂອງຊົນເຜົ່າສ່ວນໜ້ອຍຂອງ ປະເທດ ສະໂລວາກີ. ສະໂລວາກີ ມີຄວາມປາດຖະໜາຢາກ ການພົວພັນສອງຝ່າຍກັບ ຫວຽດນາມ ຈະກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດ.

ສ່ວນທ່ານເອກອັກຄະລັດທະຖູດ ຟ້າມເຈື່ອງຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບບັນດາປະເທດເອີລົບຕາເວັນອອກກາງ ເປັນສຳຄັນໃນນັ້ນມີ ສະໂລວາກີ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງອຳນາດການປົກຄອງປະເທດປະຈຳຖີ່ນ ໄດ້ຮັບຮູ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສະໂລວາກີແມ່ນປະຊາຄົມຊົນເຜົ່າສ່ວນໜ້ອຍທີ 14 ຢ່າງເປັນທາງການ, ທ່ານປາດຖະໜາຢາກ ອຳນາດການປົກຄອງສະໂລວາກີໃນໄລຍະຈະມາເຖິງສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມ ເຊື່ອມຕົວ ເຂົ້າກັບ ສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງແລະ ກວ້າງຂວາງ, ປະສົບຜົນສຳເລັດ ໃນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງປະເທດ.


top