ຂ່າວສານ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.
  ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ປະດັບ ຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງ ໃຫ້ກົມໂຄສະນາອົບຮົມ (ພາບ: QDND)  
ໂດຍ​ໄດ້​ຮັບ​ການມອບ​ສິດ​ຈາກ​ປະ​ທານ​ປະ​ເທດ, ທ່ານ​ພົນ​ເອກ ຫງວຽນ​ຈ້ອງ​ເຫງ້ຍ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ປະ​ດັບ ຫຼຽນ​ໄຊ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຊັ້ນ​ໜຶ່ງ​ ໃຫ້​ກົມ​ໂຄ​ສະ​ນາ​ອົບ​ຮົມ​ຍ້ອນ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ຝືກ​ອົບ​ຮົມ, ກຽມ​ພ້ອມ​​ສູ້​ຮົບ, ກໍ່​ສ້າງ​ກຳ​ລັງ​ກອງ​ທັບ​ປະ​ຊາ​ຊົນ, ປັບ​ປຸງ​ການ​ປ້ອງ​ກັນ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການສ້າງ​ສາ​ສັງ​ຄົມ​ນິ​ຍົມ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ພົນ​ເອກ​ຫງວຽນ​ຈ້ອງ​ເຫງ້ຍ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ ອຸ​ທິດ​ສ່ວນ​ຂອງ​ກົມ​ໂຄ​ສະ​ນາ​ອົບ​ຮົມ ແລະ ຂະ​ແໜງ​ໂຄ​ສະ​ນາ​ອົບ​ຮົບ​ກອງ​ທັບ​ໄດ້​ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າໃນ​ການ​ສ້າງກອງ​ທັບ​ມີ​ຄວາມ​ໝັ້ນ​ແກນ​ດ້ານ​ການ​ເມືອງ, ກາຍ​ເປັນກຳ​ລັງ​ການ​ເມືອງ​ຢ່າງ​ແທ້​ຈິງ, ກຳ​ລັງ​ຕໍ່​ສູ້​ທີ່​ມີ​ຄວາມ​ຈົ່ງ​ຮັກ​ພັກ​ດີ, ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ.

top