ຕອນຄ່ຳວັນທີ 30 ສິງຫາ, ຢູ່ນະຄອນຫຼວງ Islamabad, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ທີ 2 ກັນຍາ ຄົບຮອບ 79 ປີ (02/09/1945 - 02/09/2024).
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປາກິດສະຖານ ຟ້າມແອັງຕວັນ ກ່າວຄຳເຫັນທີ່ພິທີ
ເຂົ້າຮ່ວມພິທີມີແຂກຖືກເຊີນເກືອບ 200 ທ່ານ ເຊິ່ງເປັນຜູ້ຕາງໜ້າກະຊວງການຕ່າງປະເທດ ປາກິດສະຖານ, ຜູ້ຕາງໜ້າກະຊວງ, ຂະແໜງການຢູ່ປະເທດປະຈຳຖິ່ນຈຳນວນໜຶ່ງ, ທ່ານເອກອັກຄະລັດຖະທູດ, ທຸຕານຸທູດບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍໝູ່ເພື່ອນ, ວິສາຫະກິດ ຫວຽດນາມ ແລະ ປາກິດສະຖານ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຟ້າມແອັງຕວັນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປາກິດສະຖານ ໄດ້ຫວນຄືນບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຂະບວນວິວັດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສືບຕໍ່ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນເຂົ້າໃຈການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນລວມຂອງພາກພື້ນ ກໍຄືໃນໂລກ. ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດທີ່ຂະຫຍັນຂັນເຄື່ອນ, ມີກຳລັງບົ່ມຊ້ອນພັດທະນາ ແລະ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ.