ຂ່າວສານ

ສະ​ເຫຼີມ​ສະຫຼອງ 46 ປີ ແຫ່ງວັນ​ຊາດ ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ​ລາວ (2 ທັນ​ວາ 1975 – 2 ທັນ​ວາ 2021)

ໃນຕະຫຼອດໄລຍະເວລາ 46 ປີແຫ່ງການສ້າງສາ ແລະ ພັດທະນາປະເທດ ພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ໝາກຜົນອັນຍິ່ງໃຫຍ່ໃນຫຼາຍຂົງເຂດຄື: ເສດຖະກິດ, ການສຶກສາ, ກະສິກຳ…
ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ:kpl.gov.la)

ໃນອາທິດຜ່ານມາ,ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ,ວິທະຍຸກະຈາຍສຽງຫວຽດ ນາມສືບຕໍ່ໄດ້ຮັບຈົດໝາຍ,ອີແມວ 374 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່36ປະເທດແລະເຂດແຄ້ວນຄື:ແອັດສະປາຍ,ອັງກິດ,ຝຣັ່ງ,ຍີ່ປຸ່ນ,ລາວ…ໃນນັ້ນ,ມີທ່ານຜູ້ຟັງລາວຫຼາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງຫວຽດນາມແລະລາວໃນອາທິດຜ່ານມາ.ໃນລາຍການ“ໂອ້ລົມກັບເພື່ອນລາວ”ມື້ນີ້,ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ,ເນື້ອໃນຈົດໝາຍແລະຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ.

ກ່ອນທີ່ຈະເຂົ້າຮ່ວມລາຍການມື້ນີ້, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ປະຊາຊົນລາວເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີ ແຫ່ງວັນຊາດ ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ (2 ທັນວາ 1975 – 2 ທັນວາ 2021). ໃນຕະຫຼອດໄລຍະເວລາ 46 ປີແຫ່ງການສ້າງສາ ແລະ ພັດທະນາປະເທດ ພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ໝາກຜົນອັນຍິ່ງໃຫຍ່ໃນຫຼາຍຂົງເຂດຄື: ເສດຖະກິດ, ການສຶກສາ, ກະສິກຳ… ປີ 2021, ເຖິງວ່າ ລາວຍັງປະສົບກັບຄວາມຫຍຸ້ງຍາກໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຫຼາຍຢ່າງ ກໍ່ຕາມ ແຕ່ພາຍໃຕ້ການນຳພາອັນ ສະຫຼາດສ່ອງໃສ ແລະ ທັນການຂອງ ພັກ, ລັດ; ປະຊາຊົນລາວໄດ້ຫຼຸດຜ່ອນຄວາມເສຍຫາຍຢ່າງໜັກໜ່ວງຈາກ ໂລກລະບາດໂຄວິດ - 19 ໄດ້ກໍ່ຂຶ້ນ. ເນື່ອງໃນໂອກາດນີ້ພວກຂ້າພະເຈົ້າຂໍອວຍພອນ ໃຫ້ປະເທດລາວ ນັບມື້ນັບພັດທະນາ ແລະ ບັນລຸໄດ້ຜົນງານໃໝ່ຫຼາຍກ່ວາເກົ່າ. ຂໍອວຍພອນໃຫ້ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ເພື່ອນຕາດຳຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ:ຂ້າພະເຈົ້າມັກຄໍລຳ ຫວຽດນາມ - ລາວ ທີ່ສຸດ, ຜ່ານຄໍລຳນີ້ຂ້າພະເຈົ້າ ສາມາດຮູ້ກ່ຽວກັບການເຄື່ອນໄຫວທີ່ພວມດຳເນີນໄປລະຫວ່າງສອງປະເທດ,ບັນດາຜົນງານເຊິ່ງສອງປະເທດບັນລຸໄດ້ກໍ່ຄືການກຳນົດທິດເຊິ່ງສອງປະເທດຈະຜັນຂະຫຍາຍໃນໄລຍະຈະມາເຖິງ.ຂໍອວຍພອນໃຫ້ອ້າຍເອື້ອຍນ້ອງບັນນາ ທິການ ລາຍການພາສາລາວ ເວົ້າສະເພາະ ແລະວິທະຍຸກະຈາຍສຽງຫວຽດນາມເວົ້າລວມຈົ່ງມີສຸຂະພາບເຂັ້ມແຂງ,ອວຍພອນໃຫ້ລາຍການນັບມື້ນັບມີເນື້ອໃນຫາສາທິເປັນປະໂຫຍດ,ອຸດົມສົມບູນກ່ວາ, ມີບົດຂຽນທີ່ມ່ວນກ່ວາອີກ.

ເພື່ອນຕາດຳທີ່ຮັກແພງ!ຂໍຂອບໃຈເພື່ອນທີ່ໄດ້ຕິດຕາມລາຍການກໍ່ຄືສົ່ງຄຳແບ່ງປັນຂອງຕົນມາຍັງລາຍການ.ພວກຂ້າພະເຈົ້າຂໍແນະນຳໃຫ້ເພື່ອນກ່ຽວກັບລາຍການຕ່າງໆທີ່ມີເນື້ອໃນມ່ວນໆແລະດຶງດູດໃຈຄື:ເສດຖະກິດ,ວັດທະນະທຳ,ຄົ້ນຫາຫວຽດນາມ,ອາຊຽນ…ເຊິ່ງລ້ວນແຕ່ແມ່ນລາຍການທີ່ໄດ້ຮັບຄວາມນິຍົມຊົມຊອບຈາກທ່ານຜູ້ຟັງໃນທົ່ວໂລກ.ສຸດທ້າຍ,ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ,ມີຄວາມຜາສຸກ,ປະສົບຜົນສຳເລັດໃນວຽກງານ ກໍ່ຄືການດຳລົງຊີວິດຂອງຕົນ.

ເພື່ອນມາໄລພອນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ ເມື່ອຕິດຕາມຂ່າວ, ຂ້າພະເຈົ້າໄດ້ຮູ້ຈັກວ່າ ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ດີເດັ່ນ” ປີ 2021 . ຫວັງວ່າ ທາງລາຍການພາກພາສາລາວ ຈະສະໜອງຂໍ້ມູນກ່ຽວກັບລາຍການດັ່ງກ່າວໃຫ້ຂ້າພະເຈົ້າ ແລະ ທ່ານຜູ້ຟັງຄົນອື່ນໆຮັບຮູ້ຕື່ມອີກແດ່? ຂໍຂອບໃຈ.

ເພື່ອນມາໄລພອນທີ່ຮັກແພງ! ຕອນບ່າຍວັນທີ 27 ພະຈິກ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ ລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ທີ່ດີເດັ່ນ” ປີ 2021. ນີ້ແມ່ນການເຄື່ອນໄຫວເພື່ອ ສະເຫຼີມສະຫຼອງ ວັນຊາດແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ ຄົບຮອບ 46 ປີ ( ວັນທີ 2 ທັນວາ 1975 - ວັນທີ 2 ທັນວາ 2021), ສະເຫຼີມສະຫຼອງ ວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ ຄົບຮອບ 68 ປີ (ວັນທີ 9 ພະຈິກ 1953 – 9 ພະຈິກ 2021),.

ໃນປີນີ້, ສະພາຄັດເລືອກນາມມະຍົດ ໄດ້ຮັບເອກະສານ 111 ສະບັບເຂົ້າຮ່ວມການຄັດເລືອກ ຈາກ ມະຫາວິທະຍາໄລ, ສະຖາບັນ 16 ແຫ່ງໃນບໍລິເວນນະຄອນ. ສະພາໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບ ຍ້ອງຍໍຊົມເຊີຍນັກສຶກສາລາວດີເດັ່ນ 86 ຄົນ ແລະ ນັກສຶກສາກຳປູເຈຍດີເດັ່ນ 21 ຄົນ. ໃນນັ້ນມີ ນັກສຶກສາ 2 ຄົນ ບັນລຸໄດ້ນາມມະຍົດນັກສຶກສາດີເດັ່ນ 5 ປີຢ່າງລຽນຕິດ, ມີນັກສຶກສາ 4 ຄົນບັນລຸໄດ້ນາມມະຍົດນັກສຶກສາ ດີເດັ່ນ 4 ປິ ຢ່າງລຽນຕິດແລະ 13 ຄົນບັນລຸໄດ້ນາມມະຍົດດີເດັ່ນ 3 ປີ ຢ່າງລຽນຕິດ.

ເພື່ອນ ລິນດາ ໂພທິລາດ, ນັກສຶກສາລາວ, ຮຽນຢູ່ມະຫາວິທະຍາໄລ ຫງວຽນເຕິດແທັງ ໂດຍແມ່ນນັກສຶກສາທີ່ບັນລຸໄດ້ນາມມະຍົດນັກສຶກສາດີເດັ່ນ 4 ປີ ຢ່າງລຽນຕິດຢູ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຢູ່ນະຄອນໂຮ່ຈີມິນ ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ໄດ້ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແຕ່ອຳນາດການປົກຄອງ ນະຄອນ ໄດ້ມີການໜູນຊ່ວຍຢ່າງທັນການ ເພື່ອເບິ່ງແຍງດູແລໃຫ້ແກ່ນັກສຶກສາລາວ ແລະ  ກຳປູເຈຍໃນຫຼາຍດ້ານ, ສະໜອງສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນຢ່າງຄົບຖ້ວນ ແລະ ລະດົມກຳລັງໃຈໃຫ້ແກ່ນັກສຶກສາໝົດທຸກຄົນ. ໃນຂອບເຂດລາຍການ, ມະຫາວິທະຍາໄລເສດຖະກິດ - ການເງິນ ນະຄອນໂຮ່ຈີມິນ ໄດ້ໃຫ້ທຶນການສຶກສາ  ພະແນກ ຫວຽດນາມວິທະຍາ 20 ທຶນ ແລະ ພະແນກພາສາອັງກິດ 20 ທຶນ ສົກປີ 2021 ໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍທີ່ມີຜົນງານການຮ່ຳຮຽນດີເດັ່ນ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ນະຄອນ. ດ້ວຍທຶນການສຶກສາດັ່ງກ່າວ, ຫໍພັກນັກສຶກສາ ລາວ ຈະຜັນຂະຫຍາຍ ໄປຍັງນັກສຶກສາລາວ ແລະ ກຳປູເຈຍ ເພື່ອແນະນຳການເຂົ້າຮ່ວມລາຍການບຳລຸງສ້າງຈາກການໜູນຊ່ວຍຂອງ ໂຮງຮຽນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ.ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ.ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

(ແຫຼ່ງຄັດຈາກ VOV)


top