ຂ່າວສານ

ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ຍີ່​ປຸ່ນ

ລາຍ​ການ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ງານ​ວາງ​ສະ​ແດງ​ພາບ, ສາຍ​ຮູບ​ເງົາ​ສາລະ​ຄະ​ດີ ກ່ຽວ​ກັບ​ພາ​ລະ​ກິດ​ທາງ​ການ​ທູດ​ຂອງ ປະ​ທານ​ໂຮ່​ຈີ​ມິນ
   ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ລາຍ​ການ (ພາບ: VOV)   
ລາຍ​ການ​ສະ​ເຫຼີມ​ສະຫຼອງ 136 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ (19/5/1890 – 19/5/2026), ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ພຶດ​ສະ​ພາ ຢູ່​ນະ​ຄອນ Hiroshima, ຍີ່​ປຸ່ນ. ເຫດ​ການ​ໂດຍ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ສົມ​ທົບ​ກັບ ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ພາກ​ໃຕ້ ຍີ່​ປຸ່ນ, ສະ​ມາ​ຄົມ​ສັນ​ຕິ​ພາບ​ມິດ​ຕະ​ພາບ Hiroshima - ຫວຽດ​ນາມ ແລະ ສະ​ມາ​ຄົມ​ຊາວ​ໜຸ່ມ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ Hiroshima ຈັດ​ຂຶ້ນ. ລາຍ​ການ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ງານ​ວາງ​ສະ​ແດງ​ພາບ, ສາຍ​ຮູບ​ເງົາ​ສາລະ​ຄະ​ດີ ກ່ຽວ​ກັບ​ພາ​ລະ​ກິດ​ທາງ​ການ​ທູດ​ຂອງ ປະ​ທານ​ໂຮ່​ຈີ​ມິນ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ແນວ​ຄິດ​ທາງ​ການ​ທູດ, ແບບ​ຢ່າງ​​ຄຸນ​ສົມ​ບັດ ໂຮ່​ຈີ​ມິນ. ລາຍ​ການ​ດຶງ​ດູດກ​ານ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ທານ 150 ທ່ານ​ເຊິ່ງ​ແມ່ນ ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕະ​ພາບ ຍີ່​ປຸ່ນ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຍີ່​ປຸ່ນ, ນັກ​ສຶກ​ສາ ແລະ ຊາວ​ໜຸ່ມ ຫວຽດ​ນາມ ພວມ​ດຳ​ລົ​ງ​ຊີ​ວິດ, ຮ່ຳ​ຮຽນ, ເຮັດ​ວຽກ​ຢູ່ ເຂດ​ພາກ​ໃຕ້​ຍີ່​ປຸ່ນແລະ Kyushu.

top