ຂ່າວສານ

ສະ​ຫະ​ພາບ ເອີ​ລົບ ແລະ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຂອງກັນ

ຕອນຄ່ຳວັນທີ 30 ເມສາ, ທ່ານປະທານສະພາເອີລົບ Antonio Costa ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອອວຍພອນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)

ທ່ານປະທານສະພາເອີລົບ Antonio Costa ໄດ້ຕີລາຄາວ່າ ນີ້ແມ່ນເຫດການປະຫວັດສາດສຳຄັນຍິ່ງບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງສຳລັບປະຊາຊົນໃນທົ່ວໂລກອີກດ້ວຍ. ທ່ານປະທານສະພາເອີລົບ ຢັ້ງຢືນວ່າ ສອງຝ່າຍແມ່ນຄູ່ຮ່ວມມືສຳຄັນ, ມີຄວາມໄວ້ເນື້ອເຊື່ອໃຈ, ສະຖຽນລະພາບຂອງກັນ; ທ່ານຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງສະຫະພາບເອີລົບ (EU) ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ການພົວພັນ ລະຫວ່າງ ຫວຽດນາມ ແລະ EU ສົມກັບການຍົກຂຶ້ນລະດັບສູງໃໝ່.

ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ແຜນນະໂຍບາຍຂອງຫວຽດນາມແມ່ນເຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ, ການຮ່ວມມືທີ່ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກຄູ່ຮ່ວມມື, ໃນນັ້ນມີ EU ແລະ ບັນດາປະເທດສະມາຊິກ, ມຸ່ງໄປເຖິງການຮ່ວມມືທາງການຄ້າຢ່າງດູນດ່ຽງ, ຍືນຍົງ ແລະ ມີຜົນປະໂຫຍດກົມກຽວລະຫວ່າງບັນດາຝ່າຍ.


top