ຂ່າວສານ

ສະ​ຫະ​ປະ​ຊ​າ​ຊາດ ປຸກ​ລະ​ດົມ​ຂະ​ບວນ​ການ​ສະ​ໜັບ​ສະ​ໜູນ​ການ​ສະ​ໜອງວັກ​ຊິນ​ຢ່າງ​ສະ​ເໝີ​ພາບ

ວັນທີ 11 ມີນາ, ສປຊ ໄດ້ປຸກລະດົມຂະບວນການແຜ່ຂະຫຍາຍ ສານສະໜັບສະໜູນການສະໜອງວັກຊິນກັນພະຍາດໂຄວິດ - 19 ຜ່ານທາງສື່ສັງຄົມອອນລາຍ ຢ່າງສະເໝີພາບໃນທົ່ວໂລກ.

ເອທີໂອເປຍ ຮັບວັກຊິນກັນພະຍາດໂຄວິດ - 19  2,2 ລ້ານໂດສ (ພາບ: AFP/TTXVN)

ໃນແຈ້ງການທີ່ໄດ້ປະກາດອອກໃນວັນທີ 11 ມີນາ, ສປຊ ໄດ້ເນັ້ນໜັກວ່າ ຂະບວນການນີ້ໄດ້ປຸກລະດົມເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຄົມສາກົນກ່ຽວກັບຄວາມຈຳເປັນຕ້ອງມີການກະທຳສົມທົບກັນໃນທົ່ວໂລກ ເພື່ອໃຫ້ທຸກໆປະເທດ ອາດສາມາດນຳໃຊ້ວັກຊິນ, ໃນນັ້ນບັນດາແພດໝໍຢູ່ແນວໜ້າ ແລະ ຜູ້ທີ່ມີຄວາມສ່ຽງສູງກ່ວາໝູ່ ແມ່ນເປົ້າໝາຍທີ່ຕ້ອງໄດ້ຮັບການສັກວັກຊິນກ່ອນໝູ່.

ຕາມ ສປຊແລ້ວ, ບັນດາປະເທດອາດຈະສະໜັບສະໜູນການສະໜອງວັກຊິນຢ່າງສະເໝີພາບຜ່ານການແບ່ງປັນແຫຼ່ງວັກຊິນທີ່ຍັງເຫຼືອໃຊ້, ຖ່າຍທອດເຕັກໂນໂລຢີ ແລະ ສະໝັກໃຈບໍ່ຄິດໄລ່ເຖິງສິດຊັບສິນທາງປັນຍາ, ອະນຸຍາດໃຫ້ປະເທດຕ່າງໆນຳໃຊ້ ລິຂະສິດ ວັກຊິນ.

(ແຫຼ່ງຄັດຈາກ VOV)


top