ຂ່າວສານ

ສະ​ຫະ​ກອ​ນ 3T Farm ຮູບ​ແບບ​ເສດ​ຖະ​ກິດ​ກະ​ສິ​ກຳ​ດີ​ເດັ່ນ​ຢູ່​ເມືອງ ກາວ​ຟອງ, ແຂວງ ຮວ່າ​ບິ່ງ

ສະຫະກອນ 3T ຜະລິດຕະພັນກະເສດ ກາວຟອງ (ສະຫະກອນ 3T Farm) ແມ່ນຮູບແບບເສດຖະກິດກະສິກຳດີເດັ່ນຢູ່ເມືອງ ກາວຟອງ, ແຂວງ ຮວ່າບິ່ງ. ນີ້ແມ່ນວິສາຫະກິດຜະລິດ, ດຳເນີນທຸລະກິດສະເພາະກ່ຽວກັບຕົ້ນໄມ້ກິນໝາກປະເພດປ່ຽງ (ກີບ) ຄືໝາກກ້ຽງ, ໝາກແປ້ນ, ຕາມທິດອົງຄະທາດ. ໝາກກ້ຽງຂອງສະຫະກອນ 3T Farm ໄດ້ຮັບໃບຢັງຢືນແມ່ນຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ).

ສະຫະກອນ 3T Farm ໂດຍເອື້ອຍ ວຸ້ທິເລະຖຸຍ ສ້າງຕັ້ງຂຶ້ນກ່ອນນີ້ 6 ປີ (ເດືອນສິງຫາປີ 2018) ດ້ວຍສະມາຊິກ 7 ຄົນ. ມາຮອດປະຈຸບັນ, ສະຫະກອນ 3T Farm ມີສະມາຊິກ 15 ຄົນ, ປີກາຍ, ສະຫະກອນ 3T Farm ແມ່ນ 1 ໜຶ່ງຈຳນວນ 35 ກໍລະນີທີ່ໄດ້ຮັບລາງວັນໃນການແຂ່ງຂັນເລີ່ມທຸລະກິດ ປະດິດຄິດສ້າງ ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ. ເອື້ອຍ ວຸ້ທິເລະຖຸຍ, ປະທານສະຫະກອນ 3T Farm ໃຫ້ຮູ້ວ່າ:

   ປະຈຸບັນ, ສະຫະກອນພວກຂ້າພະເຈົ້າມີເນື້ອທີ່ປູກໝາກກ້ຽງ 21 ເຮັກຕາ ແລະ 100% ແມ່ນໄດ້ຮັບໃບຢັ້ງຢືນບັນລຸມາດຖານ VietGap ຊື່ງແມ່ນຜະລິດຕະພັນກະເສດປອດສານພິດ. ແຕ່ລະປີ, ປະລິມານຜະລິດໝາກກ້ຽງຂອງສະຫະກອນແມ່ນປະມານ 350 ໂຕນ, ໂດຍໄດ້ສົ່ງໄປຂາຍຢູ່ບັນດາຮ້ານອາຫານປອດສານພິດແຕ່ນະຄອນ ດ່ານັງ ຂຶ້ນມາພາກເໜືອ. ໝາກ້ຽງສົດຂອງສະຫະກອນໄດ້ຮັບໃບຢັງຢືນວ່າແມ່ນຜະລິດຕະພັນ OCOP 4 ດາວຂັ້ນແຂວງປີ 2020.

ໝາກກ້ຽງຂອງສະຫະກອນ 3T Farm (ພາບ: ງອກແອັງ)

ເມືອງ ກາວຟອງ ກຳນົດວ່າ, ຕົ້ນໄມ້ກິນໝາກປະເພດປ່ຽງ (ກີບ) ແມ່ນໜຶ່ງໃນບັນດາປະເພດຜະລິດຕະພັນກະເສດຕົ້ນຕໍຂອງທ້ອງຖິ່ນຄື: ໝາກກ້ຽງ ຮ່າຢາງ, ໂອນເຈົາ, ໝາກກ້ຽງ CS1, Marss, V2,...

ພາຍຫຼັງເກັບກ່ຽວແລ້ວ,  ໝາກກ້ຽງສົດຂອງສະຫະກອນ 3T Farm ໄດ້ສົ່ງເຂົ້າຮາກຖານ, ຈັດແບ່ງຄຸນນະພາບດ້ວຍລະບົບຕ່ອງໂສ້ຄື: ລ້າງ ozone, ເຮັດໃຫ້ສະອາດ ແລະ ອົບແຫ້ງກ່ອນທີ່ຈະຫໍ່. 100% ຜະລິດຕະພັນຈຳໜ່າຍອອກຕະຫຼາດ ລ້ວນແຕ່ມີການຢັ້ງຢືນແຫຼ່ງຕົ້ນກຳເນີດ, ມີຂໍ້ມູນຢ່າງຄົບຖ້ວນ. ອ້າຍ ເລືອງວັນຖາວ, ສະມາຊິກຂອງສະຫະກອນ 3T Farm ໃຫ້ຮູ້ວ່າ:

ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນຜະລິດໝາກກ້ຽງປອດສານພິດ, ຮັກສາສຸຂະພາບໃຫ້ແກ່ຜູ້ບໍລິໂພກ. ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກກ້ຽງໃນເນື້ອທີ່ກ່ວາ 1 ເຮັກຕາ, ມີຕົ້ນໝາກກ້ຽງເກືອບ 1.000 ຕົ້ນ. ໃນເນື້ອທີ່ປູກຕົ້ນໝາກກ້ຽງ 1 ເຮັກຕາກໍ່ສາມາດເກັບກ່ຽວໝາກກ້ຽງໄດ້ປະມານແຕ່ 18-20 ໂຕນ. ສະຫະກອນ 3T Farm ໄດ້ຮັບຊື້ຜະລິດຕະພັນນຳບັນດາຄອບຄົວໃນສະຫະກອນ ເພື່ອຮັບປະກັນລາຄາສົ້ນອອກ.

ເອື້ອຍ ວຸ້ທິເລະຖຸຍ, ປະທານສະຫະກອນ 3T Farm (ພາບ: ງອກແອັງ)

ນອກຈາກໝາກກ້ຽງສົດ, ສະຫະກອນ 3T Farm ຍັງມີບັນດາຜະລິດຕະພັນປຸງແຕ່ງຈາກໝາກກ້ຽວຄື: ບ້ວຍໝາກກ້ຽງ, ແປ້ງໝາກກ້ຽງສົດ, ຊາດອກເບັນຈະມາດ, ຊາດອກໝາກຫຸ່ງຜູ້, ຊາດອກອັນຊັນ... ສະຫະກອນ 3T Farm ໄດ້ນຳໜ້າໃນການໝູນໃຊ້ການບັນທຶກປະຈຳວັນດີຈີຕອນ ເຂົ້າໃນການຜະລິດ ແລະ ໄດ້ຮັບການເຫັນດີເຫັນພ້ອມ ສະໜັບສະໜູນຈາກບັນດາສະມາຊິກໃນສະຫະກອນ. ບັນດາສະມາຊິກໃນສະຫະກອນ 3T Farm ໄດ້ປະຕິບັດຕາມທິດນຳຂອງຕົນທີ່ວ່າ “ສວນຕົ້ນໝາກກ້ຽງ 3 ດີຄື: ແນວພັນດີ, ດິນດີ ແລະ ຈິດໃຈດີ”. ປ້າ ມາຍທິແຮັ້ງ ສະມາຊິກຂອງສະຫະກອນ 3T Farm ໃຫ້ຮູ້ວ່າ:

ຂ້າພະເຈົ້າມີເນື້ອທີ່ສວນ 2 ເຮັກຕາ ແລະ ມີໝາກ້ຽງ 6 ຊະນິດ, ລາຍຄາຂາຍໝາກກ້ຽງປະມານ 50.000 ດົງ/ໂລ, ແຕ່ລະປີ ສວນຂອງຂ້າພະເຈົ້າກໍ່ມີລາຍຮັບປະມານເກືອບ 16.500 USD, ໃນນັ້ນ, ເງິນລົງທຶນແມ່ນໃຊ້ປະມານ 6.200 USD.

   ບັນດາສະມາຊິກຂອງສະຫະກອນ 3T Farm ລ້ວນແຕ່ມີລາຍຮັບເປັນປົກກະຕິ, ເສດຖະກິດຄອບຄົວນັບມື້ນັບດີຂຶ້ນ. ບໍ່ພຽງແຕ່ໄດ້ປົວແປງເສດຖະກິດໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ, ຫາກບັນດາສະມາຊິກສະຫະກອນ 3T Farm ຍັງໄດ້ໜູນຊ່ວຍ, ສ້າງວຽກເຮັດງານທຳໃຫ້ບັນດາຜູ້ອອກແຮງທ້ອງຖິ່ນອີກດ້ວຍ. ເອື້ອຍ ງວຽນທິລານ, ຊາວເຜົ່າເມື່ອງ ສະມາຊິກຂອງສະຫະກອນ 3T Farm ໃຫ້ຮູ້ວ່າ:

ຄອບຄົວຂ້າພະເຈົ້າ ໄດ້ເຂົ້າເປັນສະມາຊິກຂອງສະຫະກອນ 3T Farm ນັບແຕ່ເມື່ອສະຫະກອນຫາກໍ່ສ້າງຕັ້ງຂຶ້ນ. ສະຫະກອນໄດ້ສົ່ງພວກຂ້າພະເຈົ້າໄປຝຶກອົບຮົມ, ບັນດານັກວິສາວິກອນກະສິກຳເມືອງ ໄດ້ລົງຮອດສວນ ແລະ ແລກປ່ຽນກັບພວກຂ້າພະເຈົ້າກ່ຽວກັບບັນດາບົດຮຽນປະສົບການໃນການປູກຕົ້ນໝາກກ້ຽງ. ນັບແຕ່ໄດ້ປູກຕົ້ນໝາກກ້ຽງ ແລະ ເຂົ້າເປັນສະມາຊິກສະຫະກອນ, ເສດຖະກິດຂອງຄອບຄົວຂ້າພະເຈົ້າກໍ່ດີຂຶ້ນຫຼາຍ.

  ເພື່ອເປີດກ້ວາງຕະຫຼາດຈຳໜ່າຍ, ປະຈຸບັນ, ນອກຈາກເຄືອຄ່າຍອິນເຕີເນັດແລ້ວ, ສະຫະກອນ 3T Farm ຍັງໄດ້ສົມທົບກັບໄປສະນີເມືອງ ກາວຟອງ ເພື່ອສົ່ງໝາກກ້ຽງ ແລະ ຜະລິດຕະພັນປຸງແຕ່ງຈາກໝາກກ້ຽງເຂົ້າໃນໂປຼແກຼມການຄ້າເອເລກໂຕໂນຕິກ   Postmart. ປະຈຸບັນ, ໝາກກ້ຽງຂອງ ສະຫະກອນ 3T Farm ໄດ້ມີໜ້າຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດຄື: ຮ່າໂນ້ຍ, ທາຍບິງ, ນາມດິ້ງ, ຫາຍຟ່ອງ, ແທງຮົວ ແລະ ນະຄອນໂຮ່ຈີມິນ…/.


top