ຂ່າວສານ

ສະ​ມາ​ຊິກ​ສ​ະ​ພາ​ແຫ່ງ​ຊາດ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ

ທ່ານ ເລແທັງເວິນ ສະມາຊິກສະພາແຫ່ງຊາດແຂວງ ກ່າເມົາ ຖືວ່າ ບັນດາຄວາມຫຍຸ້ງຍາກໃນປີນີ້ ບໍ່ເປັນບັນຫາເກີດຂຶ້ນແບບບັງເອີນ, ເຊິ່ງໄດ້ຮັບການຄາດຄະເນລ່ວງໜ້າກ່ອນແລ້ວ ເມື່ອປຶກສາຫາລືກ່ຽວກັບການເຕີບໂຕ.
ທ່ານ ເຢືອງຄັກມາຍ ສະມາຊິກສະພາແຫ່ງຊາດແຂວງ ດັກນົງ (ພາບ: daibieunhandan.vn)
ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບສະພາບການເສດຖະກິດ - ສັງຄົມ, ສະເໜີການຫຼຸດອາກອນມູນຄ່າເພີ່ມ 2%. ກ່ຽວກັບບັນດາບັນຫາຂອງພື້ນຖານເສດຖະກິດ, ສະມາຊິກຫຼາຍທ່ານໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ຖືກຜົນກະທົບຢ່າງໃຫຍ່ຫຼວງຈາກພາຍນອກກໍ່ຄືບັນດາປັດໄຈພາຍໃນຂອງ ຫວຽດນາມ. ທ່ານ ເລແທັງເວິນ ສະມາຊິກສະພາແຫ່ງຊາດແຂວງ ກ່າເມົາ ຖືວ່າ ບັນດາຄວາມຫຍຸ້ງຍາກໃນປີນີ້ ບໍ່ເປັນບັນຫາເກີດຂຶ້ນແບບບັງເອີນ, ເຊິ່ງໄດ້ຮັບການຄາດຄະເນລ່ວງໜ້າກ່ອນແລ້ວ ເມື່ອປຶກສາຫາລືກ່ຽວກັບການເຕີບໂຕ. ກ່ຽວກັບມາດຕະການແກ້ໄຂ, ຕາມທ່ານເວິນແລ້ວ, ລັດຖະບານຕ້ອງມີໂຄງການຮັບມືກັບສະພາບການໃນໄລຍະສັ້ນ, ສຸມໃສ່ຕໍ່ນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ. ທ່ານ ດິງງອກມິງ, ສະມາຊິກສະພາແຫ່ງຊາດ, ກຳມະການວິຊາສະເພາະ ກຳມາທິການເສດຖະກິດສະພາແຫ່ງຊາດຖືວ່າ ປັດຈຸບັນ, ລັດຖະບານຄວນເລືອກເອົາ ແລະ ສຸມໃສ່ 1 – 2 ມາດຕະການເພື່ອຊ່ວຍພື້ນຖານເສດຖະກິດຟື້ນຟູໃຫ້ເປັນຢ່າງດີ. ທ່ານມິງສະເໜີວ່າ ຕ້ອງຊອກຫາມາດຕະການເພື່ອໃຫ້ວິສາຫະກິດທັງຄົງຕົວ ທັງພັດທະນາ.

top