ຂ່າວສານ

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ສູງ​ການ​ສ້າງ​ຕັ້ງ​ໜ່ວຍ​ປະ​ຕິ​ບັດ​ງານ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ບັນ​ດາ​ໂຄງ​ການ​ລົງ​ທຶນ

ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການເຄື່ອນໄຫວຢ່າງຂ້ຽວຂາດຂອງລັດຖະບານ; ພ້ອມທັງສະເໜີໃຫ້ທ້ອງຖິ່ນຕ່າງໆ ແລະ ປະຊາຄົມວິສາຫະກິດ ຄວນມີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ການເຄື່ອນໄຫວຂອງ ໜ່ວຍປະຕິບັດງານນີ້ບັນລຸປະສິດທິຜົນສູງ.
(ພາບປະກອບ: quochoi.vn)

ເມື່ອແລກປ່ຽນຢູ່ນອກກອງປະຊຸມ ກ່ຽວກັບການຕັດສິນໃຈສ້າງຕັ້ງໜ່ວຍປະຕິບັດງານພິເສດຂອງນາຍົກລັດຖະມົນຕີ ກ່ຽວກັບການສຳຫຼວດກວດຄືນ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນຢູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການເຄື່ອນໄຫວຢ່າງຂ້ຽວຂາດຂອງລັດຖະບານ; ພ້ອມທັງສະເໜີໃຫ້ທ້ອງຖິ່ນຕ່າງໆ ແລະ ປະຊາຄົມວິສາຫະກິດ ຄວນມີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ການເຄື່ອນໄຫວຂອງ ໜ່ວຍປະຕິບັດງານນີ້ບັນລຸປະສິດທິຜົນສູງ.

        ທ່ານ ຫງວຽນດ້າຍທັ໊ງ, ສະມາຊິກສະພາແຫ່ງຊາດແຂວງ ຮຶງອຽນ ຖືວ່າ: ການສ້າງຕັ້ງໜ່ວຍປະຕິບັດງານພິເສດຂອງນາຍົກລັດຖະມົນຕີ ແມ່ນມີຄວາມຈຳເປັນ ແລະ ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຫົວຄິດປະດິດສ້າງຂອງ ລັດຖະບານໃນການຜັນຂະຫຍາຍບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດ. ໃນຂະນະນັ້ນ, ທ່ານ ຟານດຶກຮ໊ຽວ ສະມາຊິກສະພາແຫ່ງຊາດແຂວງ ຖ໊າຍບິ່ງ ໄດ້ຕີລາຄາວ່າ ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ ເພື່ອແນໃສ່ຊອກຫາທິດທາງແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄ້າງຄາໃນວິວັດທະນາການປະຕິບັດບັນດາໂຄງການລົງທຶນສາທາລະນະເວົ້າສະເພາະ ແລະ ໂຄງການລົງທຶນເວົ້າລວມ ໃຫ້ວ່ອງໄວ, ຂາດຕົວ.

(ແຫຼ່ງຄັດຈາກ VOV)


top