ຂ່າວສານ

ສະ​ມາ​ຊິກສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່​າດ້ວຍ​ທະ​ເລ​ປີ 1982 ຢັ້ງ​ຢືນ​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື

ວັນທີ 12 ມິຖຸນາ, ຢູ່ສໍານັກງານ ສປຊ (ນິວຢອກ), ອາເມລິກາ, ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ຄັ້ງທີ 33 (SPLOS 33) ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງ 169 ປະເທດສະມາຊິກ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ງານພົບປະສັງສັນ (ພາບ: TTXVN)

ກອງປະຊຸມໄດ້ເລືອກຕັ້ງທ່ານ Cornel Feruta, ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຣູມານີ ປະຈຳ ສປຊ, ເປັນປະທານກອງປະຊຸມ. ກອງປະຊຸມໄດ້ພິຈາລະນາສະພາບການປະຕິບັດ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ໃນປີຜ່ານມາ, ກໍຄືລາຍການເຄື່ອນໄຫວຂອງສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ, ຄະນະກຳມະການເສັ້ນຂີດຂັ້ນໄຫຼ່ທະວີບ, ອົງການສິດອຳນາດສາກົນພື້ນມະຫາສະໝຸດ ແລະ ເລືອກຕັ້ງບາງຜູ້ພິພາກສາ ສານສາກົນ ກ່ຽວກັບກົດໝາຍວ່າດ້ວຍທະເລ. ກອງປະຊຸມດັ່ງກ່າວຈະດຳເນີນຮອດວັນທີ 16 ມິຖຸນາ ຈຶ່ງອັດລົງ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ເປັນປະທານງານພົບປະສັງສັນປະຈຳປີ ບັນດາປະເທດສະຊິກກຸ່ມເພື່ອນມິດ UNCLOS 1982, ພ້ອມທັງສະເຫຼີມສະຫຼອງວັນສ້າງຕັ້ງກຸ່ມ ຄົບຮອບ 2 ປີ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນເຂົ້າຮ່ວມຄວາມມານະພະຍາຍາມລວມ ເພື່ອປະກອບສ່ວນແກ່ໄຂບັນດາສິ່ງທ້າທາຍກ່ຽວກັບທະເລ ແລະ ມະຫາສະໝຸດ ພວມວາງອອກໃນປັດຈຸບັນ, ປະຕິບັດສຳເລັດເປົ້າໝາຍ ທີ 14 ກ່ຽວກັບການພັດທະນາແບບຍືນຍົງ. ທ່ານກໍເນັ້ນໜັກວ່າ ທາງກຸ່ມ ຈະສືບຕໍ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມືຫຼາຍຝ່າຍໃນການປະຕິບັດ ແລະ ປົກປ້ອງລັກສະນະທົ່ວເຖິງ ຂອງ UNCLOS 1982, ຢັ້ງຢືນຄືນໃໝ່ວ່າ UNCLOS 1982 ແມ່ນກອບນິຕິກຳຮອບດ້ານ, ດັດປັບທຸກການເຄື່ອນໄຫວທີ່ກ່ຽວຂ້ອງເຖິງທະເລ ແລະ ມະຫາສະໝຸດ.


top