ຂ່າວສານ

ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມກັບ ຊາວ​ປະ​ມົງ​ເພື່ອ​ແກ້​ໄຂ​ບັດ​ເຫຼືອງ ຂອງ EC ໂດຍ​ໄວ

ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ ກໍ່ຮຽກຮ້ອງໃຫ້ສະມາຄົມອາຊີບຫາປາ ຫວຽດນາມ ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ຊາວປະມົງຍົກສູງຄວາມຮັບຮູ້ຕໍ່ຄຳໝັ້ນສັນຍາພ້ອມກັບປະຊາຄົມ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງທຸກຂັ້ນເພື່ອແກ້ໄຂບັດເຫຼືອງ ໂດຍໄວ.
  ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ   

ວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມອາຊີບ ຫາປາ ຫວຽດນາມ ຄັ້ງທີ V, ອາຍຸການ 2022 – 2027, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ສະເໜີວ່າ ໃນອາຍຸການທີ V ນີ້, ສະມາຄົມອາຊີບຫາປາ ຫວຽດນາມ ຄວນເອົາໃຈໃສ່ເປັນພິເສດ ແລະ ເສີມຂະຫຍາຍບົດບາດໃນການເຕົ້າໂຮມ, ເຊື່ອມຕໍ່ບັນດາວິສາຫະກິດ, ປະຊາຄົມຊາວປະມົງ, ຜູ້ລ້ຽງສິນໃນນ້ຳ, ນັກວິທະຍາສາດ ແລະ ອຳນາດການປົກຄອງທຸກຂັ້ນ. ການປ່ຽນແປງໃໝ່ການເຄື່ອນໄຫວຂອງສະມາຄົມ, ສືບຕໍ່ປະກອບສ່ວນຊຸກຍູ້ອາຊີບຫາປາ ຫວຽດນາມ ໃຫ້ພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກໃນສະພາບການ, ເງື່ອນໄຂໃໝ່.

ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ ກໍ່ຮຽກຮ້ອງໃຫ້ສະມາຄົມອາຊີບຫາປາ ຫວຽດນາມ ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ຊາວປະມົງຍົກສູງຄວາມຮັບຮູ້ຕໍ່ຄຳໝັ້ນສັນຍາພ້ອມກັບປະຊາຄົມ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງທຸກຂັ້ນເພື່ອແກ້ໄຂບັດເຫຼືອງ ຕໍ່ການເຄື່ອນໄຫວຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)ຂອງຄະນະກຳມະການເອີລົບ (EC)ໂດຍໄວ,  ເຂົ້າຮ່ວມການສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນສິນໃນນ້ຳ, ການເຄື່ອນໄຫວສົ່ງເສີມການຄ້າ, ມີສະຖຽນລະພາບ ແລະ ເປີດກວ້າງຕະຫຼາດຈຳໜ່າຍ, ຈັດຕັ້ງເຄືອຂ່າຍສະໜອງຂໍ້ມູນດ້ານຕະຫຼາດໃຫ້ແກ່ປະຊາຄົມວິສາຫະກິດ ແລະ ຊາວປະມົງ. ໃນໂອກາດນີ້, ສະມາຄົມອາຊີບຫາປາ ຫວຽດນາມ ໄດ້ປ່ຽນຊື່ເປັນ ສະມາຄົມສິນໃນນ້ຳ ຫວຽດນາມ.


top