ຂ່າວສານ

ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ລັດ​ເຊຍ ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ທ່ານອັກຄະລັດຖະທູດທີ່ປຶກສາ ເລກວາງແອັງ ຫວັງວ່າ ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ລັດເຊຍ ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວປະກອບສ່ວນໃຫ້ແກ່ປະເທດຊາດ.
ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ລັດເຊຍ ຈັດພິທີສະເຫຼີມສະຫຼອງ 48 ປີແຫ່ງວັນໂຮມປະເທດຊາດເປັນເອກະພາບ

ວັນທີ 30 ເມສາ, ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ລັດເຊຍ ໄດ້ຈັດພິທີພົບປະສ້າງສັນ ສະເຫຼີມສະຫຼອງ 48 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2023),ແລະ 137 ປີ ແຫ່ງວັນກຳມະກອນສາກົນ (1/5/1886-1/5/2023).

   ພາຍຫຼັງພິທີເຄົາລົບທຸງຊາດ, ທ່ານ ລຶວກົງນ້ຽມ ປະທານສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ລັດເຊຍ ໄດ້ກ່າວບົດປາໄສ ຫວນຄືນເຫດການປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ ແລະ ຍົກອອກຄວາມໝາຍປະຫວັດສາດຂອງເຫດການນີ້, ສະແດງຄວາມຮູ້ບຸນຄຸນຕໍ່ທ່ານປະທານ ໂຮ່ຈິມິນ ແລະ ບັນດານັກຮົບທີ່ໄດ້ເສຍຊະຫຼະຊີວິດເພື່ອປະເທດຊາດ.

    ໂດຍຕາງໜ້າໃຫ້ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ທ່ານອັກຄະລັດຖະທູດທີ່ປຶກສາ ເລກວາງແອັງ ຫວັງວ່າ ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ ລັດເຊຍ ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວປະກອບສ່ວນໃຫ້ແກ່ປະເທດຊາດ.

 


top