ຂ່າວສານ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສິດ​​ຢັບ​ຢັ້ງ​ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະມັດຊາໃຫຍ່ ສປຊ Csaba Korosi ອີກຄັ້ງໜຶ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສິດຢັບຢັ້ງ ໄດ້ ແລະ ພວມກໍ່ຜົນກະທົບຕໍ່ໂລກຄືແນວໃດ.
  ກອງປະຊຸມຂອງສະມັດຊາໃຫຍ່ ສປຊ (ພາບ: Reuters)  

ຄວນລົບລ້າງສິດຢັບຢັ້ງຢູ່ ສະພາຄວາມໝັ້ນຄົງ ສປຊ ຫຼືບໍ່ ແມ່ນ ບັນຫາທີ່ພວມກໍ່ຄວາມໂຕ້ຖຽງກັນຢູ່ ສປຊ ພາຍຫຼັງບັນດາສະພາບຈົນຕາແຈຂອງ ອົງການແຫ່ງສິດອຳນາດນີ້ ໃນການແກ້ໄຂບັນດາບັນຫາຮ້ອນເຮັ່ງຂອງໂລກ. ອີກຄັ້ງໜຶ່ງ ທ່ານປະທານສະມັດຊາໃຫຍ່ ສປຊ Csaba Korosi ຍົກຄຳຖາມນີ້ອອກມາໃນກອງປະຊຸມໄດ້ດຳເນີນໃນວັນທີ 26 ເມສາ, ຢູ່ສຳນັກງານຂອງ ສປຊ (ນິວຢອກ, ອາເມລິກາ).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະມັດຊາໃຫຍ່ ສປຊ Csaba Korosi ອີກຄັ້ງໜຶ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສິດຢັບຢັ້ງ ໄດ້ ແລະ ພວມກໍ່ຜົນກະທົບຕໍ່ໂລກຄືແນວໃດ. ທ່ານຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ປະຜົນປະໂຫຍດສ່ວນຕົວ, ຈົ່ງມີການກະທຳທີ່ມີຄວາມຮັບຜິດຊອບຕໍ່ສັນຕິພາບໃນທົ່ວໂລກ” ເພື່ອອາດຈະພ້ອມກັນຊອກຫາວິທີການແກ້ໄຂທີ່ເໝາະສົມທີ່ສຸດໃຫ້ແກ່ບັນຫາສິດຢັບຢັ້ງ.

ສະພາຄວາມໝັ້ນຄົງ ສປຊ ລວມມີປະເທດເປັນກຳມະການບໍ່ຖາວອນ 10 ປະເທດ ແລະ ປະເທດເປັນກຳມະການຖາວອນ 5 ປະເທດ ເຊິ່ງມີບົດບາດໜ້າທີ່ສຳຄັນທີ່ສຸດໃນການຍົກອອກບັນດາຂໍ້ຕົກລົງເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ. ບັນດາຂໍ້ຕົກລົງຂອງສະພາຄວາມໝັ້ນຄົງ ມີລັກສະນະບັງຄັບໃຊ້ທາງນິຕິກຳ ສຳລັບທຸກປະເທດສະມາຊິກ ສປຊ ແລະ ຈະພຽງແຕ່ໄດ້ຮັບຮອງເອົາຖ້າມີບັດເຫັນດີ 9 ບັດ ແລະ ບໍ່ມີປະເທດໃດໃນຈຳນວນ 5 ປະເທດເປັນກຳມະການຖາວອນນຳໃຊ້ສິດຢັບຢັ້ງ. ກົນໄກຢັບຢັ້ງໂດຍກົງພາໄປເຖິງການແກ້ໄຂຫຼາຍບັນຫາໂຫຍ່ໃນໂລກຂອງ ສະພາຄວາມໝັ້ນຄົງ ສປຊ ຕົກເຂົ້າສູ່ສະພາບການຈົນຕາແຈ ເມື່ອໜຶ່ງ ຫຼື ຫຼາຍປະເທດເປັນກຳມະການນຳໃຊ້ສິດນີ້.


top