ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ເລີ່ມ​ຕົ້ນ​ວາ​ລະ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ

 ຕອນເຊົ້າວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການຊັກຖາມບັນດາສະມາຊິກລັດຖະບານ. 

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ພາບ: TTXVN)

ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ XIV ໄດ້ດຳເນີນເປັນວາລາ 2 ມື້ເຄິ່ງ. ທ້າຍວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຈະຕາງໜ້າໃຫ້ລັດຖະບານ ກ່າວຄຳເຫັນ, ອະທິບາຍເພື່ອ ເຮັດໃຫ້ແຈ້ງກ່ວາບາງເນື້ອໃນຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ.

ເມື່ອຕອບຄຳຊັກຖາມກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍເຄືອຂ່າຍ 5G, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະການສື່ສານ ຫວຽດນາມ ໃຫ້ຮູ້ວ່າ ການສ້າງເຄືອຂ່າຍ 5G ຂອງ ຫວຽດນາມ ບໍ່ຊັກຊ້າ. ປີ 2019 ຫວຽດນາມ ໄດ້ທົດລອງດ້ານເຕັກນິກ, ປີ 2020 ທົດລອງດ້ານການຄ້າ ແລະ ປີ 2021 ຈະຜັນຂະຫຍາຍໃນວົງກ້ວາງ, ນຳໃຊ້ເຄື່ອງມື 5G ໂດຍຫວຽດນາມຜະລິດ.

ສຳລັບວິທີການປ້ອງກັນ, ຕ້ານໂລກລະບາດ Covid – 19 ແລະ ຄວາມຄືບໜ້າໃນການຜະລິດ ວັກຊີນກັນພະຍາດ Covid – 19 ຢູ່ ຫວຽດນາມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ  ໃຫ້ຮູ້ວ່າ: ຫວຽດນາມ ຄວບຄຸມບັນດາຜູ້ເຂົ້າເມືອງຢ່າງແໜ້ນແຟ້ນ ເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ຕ້ອນຮັບຊາວຫວຽດນາມ ກັບຄືນປະເທດ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ ຕ້ອນຮັບ ປະມານ 200.000 ຄົນ ເຊິ່ງແມ່ນນັກຊ່ຽວຊານ, ແຮງງານຕ່າງປະເທດທີ່ມີຄວາມຈຳເປັນໃຫ້ແກ່ການພັດທະນາເສດຖະກິດພາຍໃນປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນ ຫວຽດນາມ. ທ່ານກ່າວວ່າ:

ພວກຂ້າພະເຈົ້າໄດ້ຍົກອອກແຜນທີ່ດີຈີຕອນ ດຳລົງຊີວິດກັບໂລກລະບາດ ໂຄວິດ - 19 ຢ່າງປອດໄພ ເພື່ອຮາກຖານນັບລ້ານໆແຫ່ງ ຕ້ອງໃຫ້ຄະແນນຢ່າງຖືກຕ້ອງຕາມການແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ, ຖ້າຫາກວ່າ ບັນລຸລະດັບຂຽວ ໝາຍຄວາມວ່າ ປອດໄພ ຈຶ່ງໄດ້ເຄື່ອນໄຫວ. ກ່ຽວກັບວັກຊີນ ກັນໂຄວິດ - 19, ປັດຈຸບັນ, ທົ່ວໂລກມີ ຫົວໜ່ວຍຜະລິດວັກຊີນກັນໂຄວິດ - 19 ແມ່ນ 150 ກ່ວາແຫ່ງ, ໃນນັ້ນ ຫວຽດນາມມີ 4 ແຫ່ງ. .

(ແຫຼ່ງຄັດຈາກ VOV)


top