ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ, ມະ​ຕິຫຼາຍ​ສະ​ບັບ

ຕາມ​ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ແລ້ວ, ໂຄງ​ການ​ໄດ້​ສ້າງ​ຂຶ້ນ​ບົນ​ພື້ນ​ຖານການ​ຮັກ​ສາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ ​ຮອດ​ປີ 2030 ແລະ ທ້ອນໂຮມ, ເພີ່ມ​ເຕີມ​ເນື້ອ​ໃນການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ​ໄລ​ຍະ 2026 – 2035.
ກອງ​ປະ​ຊຸມສະໄໝ​ສາ​ມັນ​​ເທື່ອ​ທີ​ສອງ, ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ຊຸດ​ທີ XVI (ພາບ: VNA)
ຕາມລາຍ​ການກອງ​ປະ​ຊຸມສະໄໝ​ສາ​ມັນ​​ເທື່ອ​ທີ​ສອງ, ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ຊຸດ​ທີ XVI, ວັນ​ທີ 13 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ສະ​ພາ​ແຫ່​ງ​ຊາດ​ໄດ້​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົ​າ ກົດ​ໝາຍ, ມະ​ຕິ 5 ສັບ​ບັບ; ພ້ອມ​ທັງ​ປຶກ​ສາ​ຫາ​ລືຮ່າງ​ກົດ​ໝາຍ 5 ສະ​ບັບ ແລະ ພິ​ຈາ​ລະ​ນາ​ເນື້ອ​ໃນ​ອື່ນໆ​ຈຳ​ນວນ​ໜຶ່ງ. ສະ​ພາ​ແຫ່ງ​ຊາດ​ກໍ່​ຈະ​ສະ​ຫງວນ​ເວ​ລາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ​ ໄລ​ຍະ 2026 – 2035. ຕາມ​ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ແລ້ວ, ໂຄງ​ການ​ໄດ້​ສ້າງ​ຂຶ້ນ​ບົນ​ພື້ນ​ຖານການ​ຮັກ​ສາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ ​ຮອດ​ປີ 2030 ແລະ ທ້ອນໂຮມ, ເພີ່ມ​ເຕີມ​ເນື້ອ​ໃນການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ​ໄລ​ຍະ 2026 – 2035.

top