ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ຈັດກອງປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 2 ໃນ​ເດືອນ​ມັງ​ກອນ​ປີ 2023

ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ເນັ້ນໜັກວ່າ, ກອງປະຊຸມວິສາມັນພຽງແຕ່ພິຈາລະນາ, ຕັດສິນບັນດາບັນຫາຮີບດ່ວນເທົ່ານັ້ນ ຊື່ງໄດ້ຮັບການກະກຽມຢ່າງລະອຽດທີ່ຖ້ວນ, ຈະແຈ້ງ ແລະ ມີຄວາມເຫັນດີເຫັນພ້ອມສູງ.

ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ເນັ້ນໜັກວ່າ, ກອງປະຊຸມວິສາມັນພຽງແຕ່ພິຈາລະນາ, ຕັດສິນບັນດາບັນຫາຮີບດ່ວນເທົ່ານັ້ນ ຊື່ງໄດ້ຮັບການກະກຽມຢ່າງລະອຽດທີ່ຖ້ວນ, ຈະແຈ້ງ ແລະ ມີຄວາມເຫັນດີເຫັນພ້ອມສູງ.

  ພາບ: quochoi.vn  

ຕອນເຊົ້າວັນທີ 28 ພະຈິກ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບການສະຫລຸບສະໄໝປະຊຸມທີ 4 ແລະ ໃຫ້ຄຳເຫັນກ່ຽວກັບການກະກຽມຈັດ ກອງປະຊຸມວິສາມັນຄັ້ງທີ 2, ສະໄໝປະຊຸມທີ 5 ຂອງສະພາແຫ່ງຊາດ.

ທ່ານ ບຸ່ຍວັນເກື່ອງ ເລຂານຸການໃຫ່ຍສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊີ້ແຈ້ງວ່າ, ກອງປະຊຸມເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ໄດ້ປະສົບຜົນສຳເລັດອັນດີງາມ. ໝາກຜົນຂອງສະໄໝປະຊຸມສືບຕໍ່ຢືນຢັນການເຄື່ອນໄຫວຂອງສະພາແຫ່ງຊາດ ທີ່ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ, ໃກ້ຊິດກັບ ປຊຊ, ຕິດພັນກັບຕົວຈິງ.

ກ່ຽວກັບເວລາຈັດກອງປະຊຸມວິສາມັນຄັ້ງທີ 2, ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ເນັ້ນໜັກວ່າ, ກອງປະຊຸມວິສາມັນພຽງແຕ່ພິຈາລະນາ, ຕັດສິນບັນດາບັນຫາຮີບດ່ວນເທົ່ານັ້ນ ຊື່ງໄດ້ຮັບການກະກຽມຢ່າງລະອຽດທີ່ຖ້ວນ, ຈະແຈ້ງ ແລະ ມີຄວາມເຫັນດີເຫັນພ້ອມສູງ.


top