ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດປີ 2024

ບັນດາສະມາຊິກໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍຕຳຫຼວດປະຊາຊົນ.
  ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)  

ຕອນເຊົ້າວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິດວ່າດ້ວຍໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023.

ບັນດາສະມາຊິກໄດ້ປຶກສາຫາລືກ່ຽວກັບຮ່າງ ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍຕຳຫຼວດປະຊາຊົນ. ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້າຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຜ່ານປະເທດ, ການພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ.


top