ວັນທີ 6 ເມສາ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຸດທີ XVI ຈະໄຂຂຶ້ນຢ່າງສົມກຽດຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກ່ອນ
ພາບປະກອບ: TTXVNວັນທີ 5 ເມສາ, ຢູ່ຫໍສະພາແຫ່ງຊາດ ຢູ່ນະຄອນຫຼວງຮ່າໂນ້ຍ, ສະພາແຫ່ງຊາດຊຸດທີ XVI ໄດ້ຈັດກອງປະຊຸມກະກຽມ. ບັນດາຄະນະສະມາຊິກສະພາແຫ່ງຊາດໄດ້ປຶກສາເລືອກເອົາຫົວໜ້າຄະນະ, ຮອງຫົວໜ້າຄະນະ; ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປະຊຸມຢູ່ຫໍປະຊຸມ, ຮັບຟັງທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດຊຸດທີ XV ກ່າວຄຳເຫັນ, ທ່ານ ເລກວາງແມັ້ງ ເລຂານຸການໃຫຍ່ ສະພາແຫ່ງຊາດ - ຫົວໜ້າຫ້ອງການສະພາແຫ່ງຊາດສະເໜີບົດລາຍງານຮັບເອົາຄຳເຫັນ, ອະພິບາຍ, ປັບປຸງຮ່າງໂຄງການດຳເນີນງານຂອງກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດຊຸດທີ XVI. ຫຼັງຈາກນັ້ນ, ສະພາແຫ່ງຊາດ ດຳເນີນການປຶກສາຫາລື ແລະ ລົງປະຊາມະຕິຮັບຮອງເອົາໂຄງການດຳເນີນງານຂອງກອງປະຊຸມ. ວັນທີ 6 ເມສາ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຸດທີ XVI ຈະໄຂຂຶ້ນຢ່າງສົມກຽດຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກ່ອນເວລາໄຂກອງປະຊຸມ, ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາສະມາຊິກສະພາແຫ່ງຊາດຈະໄປວາງພວງມາລາ ແລະ ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ.