ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການໜູນ​ຊ່ວຍ​​ຟື້ນ​ຟູ ແລະ ພັດທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

“ດ້ວຍຄວາມຮັບຜິດຊອບຢ່າງສູງ, ສະມາຊິກສະພາແຫ່ງຊາດເກືອບ 1100 ເທື່ອຄົນໄດ້ປະກອບຄຳເຫັນທີ່ເລິກເຊິ່ງ ແລະ ສຸດຈິດສຸດໃຈ, ມີຄຸນນະພາບ ແລະ ມີລັກສະນະສ້າງສັນຢ່າງສູງ ໃນວາລະປຶກສາຫາລືຄັ້ງຕ່າງໆ. ບັນດາອົງການກ່ຽວຂ້ອງໄດ້ມານະພະຍາຍາມສັງລວມຮັບເອົາຄໍາເຫັນ, ອະພິປາຍຄຳຖາມຂອງສະມາຊິກສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາກົດໝາຍ 1 ສະບັບ, ມະຕິຫົວເລື່ອງສະເພາະ 3 ສະບັບ ແລະ ມະຕິລວມຂອງກອງປະຊຸມ”.
ຕອນບ່າຍວັນທີ 11 ມັງກອນ, ພາຍຫຼັງເຮັດວຽກມາເປັນເວລາ 4 ວັນ, ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນວາລະອັດກອງປະຊຸມ ທີ່ຫໍປະຊຸມ ຢຽນຮົ່ງ (ຮ່າໂນ້ຍ) ແລະ ໄດ້ເຊື່ອມຕໍ່ກັບ 62 ຄະນະສະມາຊິກສະພາແຫ່ງຊາດແຂວງ, ນະຄອນໃນທົ່ວປະເທດ. ເຂົ້າຮ່ວມພິທີອັດ ມີທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະ ບັນດາສະມາຊິກສະພາແຫ່ງຊາດທຸກຖ້ວນໜ້າ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

        “ດ້ວຍຄວາມຮັບຜິດຊອບຢ່າງສູງ, ສະມາຊິກສະພາແຫ່ງຊາດເກືອບ 1100 ເທື່ອຄົນໄດ້ປະກອບຄຳເຫັນທີ່ເລິກເຊິ່ງ ແລະ ສຸດຈິດສຸດໃຈ, ມີຄຸນນະພາບ ແລະ ມີລັກສະນະສ້າງສັນຢ່າງສູງ ໃນວາລະປຶກສາຫາລືຄັ້ງຕ່າງໆ. ບັນດາອົງການກ່ຽວຂ້ອງໄດ້ມານະພະຍາຍາມສັງລວມຮັບເອົາຄໍາເຫັນ, ອະພິປາຍຄຳຖາມຂອງສະມາຊິກສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາກົດໝາຍ 1 ສະບັບ, ມະຕິຫົວເລື່ອງສະເພາະ 3 ສະບັບ ແລະ ມະຕິລວມຂອງກອງປະຊຸມ”.

        ລະອຽດ, ກ່ຽວກັບນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ສະພາແຫ່ງຊາດ ມີຄວາມເຫັນດີເປັນເອກະພາບເປັນຢ່າງສູງຕໍ່ການປະກາດມະຕິສົກປີການເງິນ ດ້ວຍຂອບຂະໜາດປະມານ 350.000 ຕື້ດົ່ງ ເພື່ອເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ມີການໜູນຊ່ວຍຢ່າງທັນການແກ່ການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ເພື່ອຜັນຂະຫຍາຍມະຕິດັ່ງກ່າວໄດ້ຢ່າງທັນການ, ສະພາແຫ່ງຊາດ ກໍອະນຸຍາດໃຫ້ໝູນໃຊ້ ກົນໄກ, ນະໂຍບາຍສະເພາະຈຳນວນໜຶ່ງກ່ຽວກັບການຄັດເລືອກນັກລົງທຶນ, ຈັດແບ່ງຂັ້ນມອບສິດສຳລັບບັນດາໂຄງການສຳຄັນແຫ່ງຊາດ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງສຳຄັນທີ່ມີຂອບຂະໜາດໃຫຍ່ອື່ນໆ ໃນຂົງເຂດຄົມມະນາຄົມ, ສາທາລະນະສຸກທີ່ນອນໃນຂອບເຂດຂອງໂຄງການ.

(ແຫຼ່ງຄັດຈາກ VOV)


top