ຂ່າວສານ

ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ

ວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາຕ່ຳ ອາເມລິກາ ໂດຍທ່ານ Ami Bera, ປະທານອະນຸກຳມະການ ອາຊີ - ປາຊີຟິກ, ສະພາຕ່ຳ ອາເມລິກາ ນຳໜ້າ ໄດ້ມາຢ້ຽມຢາມ ຫວຽດນາມ.
  ທ່ານ Ami Bera, ປະທານອະນຸກຳມະການ ອາຊີ - ປາຊີຟິກ, ສະພາຕ່ຳ ອາເມລິກາ (ພາບ: quochoi.vn)  

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຕີລາຄາສູງຕໍ່ເລື່ອງ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍຢູ່ທຸກຂັ້ນ, ທຸກຊ່ອງທາງ, ໃນນັ້ນ ມີສະພາແຫ່ງຊາດ ແລະ ເນັ້ນໜັກວ່າ ຕ້ອງສືບຕໍ່ປັບປຸງ, ເປີດກວ້າງເຄືອຂ່າຍສະມາຊິກສະພາແຫ່ງຊາດ ອາເມລິກາ ທີ່ສະໜັບສະໜູນ ຫວຽດນາມ.

ບັນດາສະມາຊິກສະພາຕ່ຳ ອາເມລິກາ ຢັ້ງຢືນວ່າ ສະພາແຫ່ງຊາດ ອາເມລິກາ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຢູ່ພາກພື້ນ ແລະ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການສະໜັບສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ. ພ້ອມທັງຢັ້ງຢືນວ່າ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມເຫັນດີເຫັນພ້ອມໃນສະພາແຫ່ງຊາດ ແລະ ອຳນາດການປົກຄອງ ອາເມລິກາ ໃນການສະໜັບສະໜູນພັດທະນາການພົວພັນກັບ ຫວຽດນາມ.

ທີ່ການພົບປະ, ສອງຝ່າຍໄດ້ເນັ້ນໜັກວ່າ ການຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນມີຄວາມໝາຍສຳຄັນສຳລັບວິວັດທະນາການໄກ່ເກ່ຍ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ. ສອງຝ່າຍ ເຫັນດີນຳກັນວ່າຈະຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານສະອາດ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາລະບົບສະໜອງ…ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເພີ່ມທະວີການຮ່ວມມືໃນຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອາຊຽນ.  


top