ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ AIPA – 45: ເປີດກວ້າງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຈະມີການພົບປະຂັ້ນສູງກັບການນຳສະພາແຫ່ງຊາດ/ລັດຖະສະພາທັງຢູ່ພາຍໃນ ແລະ ນອກພາກພື້ນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດສະມາຊິກ ແລະ ປະເທດສັງເກດການຂອງ AIPA ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່.
ພາບປະກອບ: VOV

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສປປ.ລາວ ໄຊສົມພອນ ພົມວິຫານ, ປະທານ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA) ໃນລະຫວ່າງວັນທີ 17 – 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມ ສປປ.ລາວ ແລະ ເຂົ້າຮ່ວມ AIPA-45, ດ້ວຍຫົວຂໍ້ “ບົດບາດຂອງລັດຖະສະພາໃນການເພີ່ມທະວີການເຊື່ອມຈອດ ແລະ ການເຕີບໂຕຢ່າງຮອບດ້ານຂອງ ອາຊຽນ”.

ເລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ AIPA – 45 ມີຄວາມໝາຍສຳຄັນ, ເພື່ອແນໃສ່ສືບຕໍ່ຜັນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ຍົກລະດັບການຕ່າງປະເທດຫຼາຍຝ່າຍ; ຊຸກຍູ້ບັນດາບຸລິມະສິດ, ຍົກສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ສະພາແຫ່ງຊາດ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາໃນພາກພື້ນ ແລະ ໂລກ, ຜ່ານນັ້ນປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດລວມຂອງພັກ ແລະ ລັດ.

ກໍ່ທີ່ກອງປະຊຸມຫຼາຍຝ່າຍນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຈະມີການພົບປະຂັ້ນສູງກັບການນຳສະພາແຫ່ງຊາດ/ລັດຖະສະພາທັງຢູ່ພາຍໃນ ແລະ ນອກພາກພື້ນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດສະມາຊິກ ແລະ ປະເທດສັງເກດການຂອງ AIPA ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່.


top