ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ສານ​ຊຸກ​ຍູ້​ການ ​ດຳ​ລົງ​ຊີ​ວິດຢູ່​​ຮ່ວມກັນ​ໃນ​ສັນ​ຕິ​ພາບ

ວັນທີ 15 ມີນາ, ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 146 ໄດ້ອັດລົງຢູ່ນະຄອນຫຼວງ ມານາມາ ຂອງ Bahrainພາຍຫຼັງສາປະຊຸມມາເປັນເວລາ 5 ວັນ (11- 15 ມີນາ). ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເຂົ້າບັນດາການເຄື່ອນໄຫວໃນຂອບເຂດ IPU 146, ທ່ານຢັ້ງຢືນສານຊຸກຍູ້ການດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບຢູ່ໂລກ
  ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ (ພາບ: TTXVN)  

ສະພາແຫ່ງຊາດ ຫວຽດນາມໄດ້ກາຍເປັນສະມາຊິກຂອງ IPU ເມື່ອປີ 1979. ໃນໄລຍະກ່ວາ 40 ປີຜ່ານມາ, ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ IPU ບັນລຸໄດ້ບາດກ້າວພັດທະນາຢ່າງແຮງ.

ຮ່ວມແຮງຮ່ວມໃຈຊຸກຍູ້ໂລກແຫ່ງສັນຕິພາບ

ຢູ່ IPU 146, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ມີບົດກ່າວປະໄສຢູ່ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່. ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນປະຊາຊາດຮັກຫອມສັນຕິພາບ, ມີມູນເຊື້ອໂອບອ້ອມອາລີ, ມີຄຸນທຳ. ຜ່ານສົງຄາມຫຼາຍຄັ້ງເພື່ອຍາດໄດ້ເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ມີຄວາມເຄົາລົບນັບຖືເປັນພິເສດຕໍ່ຄຸນຄ່າຂອງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ຄວາມຮັບຮູ້ສັນຕິພາບ, ການພັດທະນາຂອງ ຫວຽດນາມ ຢ່າງຈະແຈ້ງ ເຊິ່ງມີຄວາມສະໜິດຕິດພັນກັບສັນຕິພາບ, ວັດທະນາຖາວອນຂອງພາກພື້ນ ແລະ ໂລກ. ຫວຽດນາມສະໜັບສະໜູນບັນດາຂໍ້ລິເລີ່ມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ, ສະໜັບສະໜູນການຊຸກຍູ້ແກ້ໄຂການປະທະກັນ ແລະ ການຂັດແຍ້ງໂດຍສັນຕິວິທີ, ບໍ່ນາບຂູ່ ຫຼືນຳໃຊ້ອາວຸດ, ປະຕິບັດຕາມກົດໝາຍສາກົນ,  ກົດບັດ ສປຊ.

ດ້ວຍຄວາມມຸ່ງຫວັງປາດຖະໜາກ່ຽວກັບໂລກແຫ່ງສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ນຳສະເໜີ 4  ບຸລິມະສິດກັບລັດຖະສະພາບບັນດາປະເທດສະມາຊິກ IPU. ໃນນັ້ນມີຄວາມມານະພະຍາຍາມເຊີດຊູບົດບາດຂອງການປະຕິບັດ ແລະ ຮັບປະກັນກົດໝາຍສາກົນ.

ນອກຈາກວາລະໄຂກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມກອງປະຊຸມກຸ່ມພູມສາດການເມືອງ ອາຊີ - ປາຊີຟິກ, ເຂົ້າຮ່ວມກອງປະຊຸມເວທີປາໄສສະມາຊິກລັດຖະສະພາເພດຍິງ, ເຂົ້າຮ່ວມກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ໃຫຍ່, ສະພາບໍລິຫານ, ບັນດາກຳມາທິການປະຈຳ, ເວທີປາໄສສະມາຊິກລັດຖະສະພາໜຸ່ມ… ຄະນະຜູ້ແທນຊິກສະພາແຫ່ງຊາດ ຫວຽດນາມ ຍັງມີການພົບປະສອງຝ່າຍກັບທ່ານເລຂາທິການໃຫຍ່ IPU Martin Chungong , ພົບປະກັບຜູ້ຕາງໜ້າລັດຖະສະພາບາງປະເທດ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນການພົບປະລະຫວ່າງທ່ານເລຂາທິການໃຫຍ່ IPU Martin Chungong ກັບທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ທ່ານເລຂາທິການໃຫຍ່ ໄດ້ຕີລາຄາສູງຄວາມເກັ່ງກ້າສາມາດຂອງສະພາແຫ່ງຊາດ ໃນການຈັດຕັ້ງບັນດາເຫດການລະດັບສາກົນ, ພົ້ນເດັ່ນແມ່ນກອງປະຊຸມສະມັດຊາໃຫຍ່ IPU – 132 ຢູ່ຮ່າໂນ້ຍໃນປີ 2015. ທ່ານເລຂາທິການໃຫຍ່ Martin Chungong ໄດ້ຢັ້ງຢືນວ່າ IPU ພ້ອມແລ້ວທີ່ຈະໜູນຊ່ວຍສະພາແຫ່ງຊາດ ຫວຽດນາມຈັດຕັ້ງ ບັນດາກອງປະຊຸມທີ່ຄ້າຍຄືກັນຢ່າງສຳເລັດຜົນ, ເຊິ່ງໃນໄລຍະຈະມາເຖິງແມ່ນກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9, ຢູ່ຮ່າໂນ້ຍໃນເດືອນກັນຍາປີ 2023. ໃນໂອກາດນີ້, ສອງຝ່າຍໄດ້ລົງນາມຂໍ້ຕົກລົງລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາທິການ IPU ກ່ຽວກັບແບບວິທີຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9.

ບັນດາການປະກອບສ່ວນຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຢູ່ IPU 146 ເວົ້າສະເພາະ ແລະ ບັນດາເວທີປາໄສການພົວພັນຕ່າງປະເທດສະພາແຫ່ງຊາດ ຫຼາຍຝ່າຍນັບແຕ່ກ່ອນມາຮອດປັດຈຸບັນຖືກຕ້ອງຄືການຢັ້ງຢືນຕໍ່ໄປຂອງທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ:

ການເຄື່ອນໄຫວການຕ່າງປະເທດລັດຖະສະພາຫຼາຍຝ່າຍໄດ້ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຢ່າງມີປະສິດທິຜົນ, ຢັ້ງຢືນສະພາແຫ່ງຊາດ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ ແລະ ພາກພື້ນ ຜ່ານການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ເຂົ້າບັນດາເວທີປາໄສລະຫວ່າງລັດຖະສະພາເຊິ່ງສະພາແຫ່ງຊາດ ຫວຽດນາມ ເປັນສະມາຊິກ.

  ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ (ພາບ: quochoi.vn)  

ປະກອບສ່ວນຊຸກຍູ້ນະໂຍບາຍການຕ່າງປະເທດຂອງປະເທດຊາດ ຢ່າງມີປະສິດທິຜົນ

ເລື່ອງ ຫວຽດນາມເຂົ້າຮ່ວມ IPU ຄັ້ງທີ 146 ຢ່າງຕັ້ງໜ້າແມ່ນປະກົດການລະອຽດຂອງການການຕ່າງປະເທດລັດຖະສະພາຫຼາຍຝ່າຍ, ຂອງວຽກງານການຕ່າງປະເທດສະພາແຫ່ງຊາດ, ນັບມື້ນັບຢັ້ງຢືນໄດ້ຖານະບົດບາດຂອງ ການຕ່າງປະເທດລັດຖະສະພາໃນພື້ນຖານການຕ່າງປະເທດຢ່າງຮອບດ້ານ, ທັນສະໄໝຂອງ ຫວຽດນາມ. ໝາກຜົນປະກອບສ່ວນຂອງຄະນະຜູ້ແທນສະພາແຫ່ງຊາດ ສືບຕໍ່ບັນດາການເຄື່ອນໄຫວການພົວພັນຕ່າງປະເທດສະພາແຫ່ງຊາດຫຼາຍຝ່າຍ ໄດ້ຮັບການຜັນຂະຫຍາຍຢ່າງຫຼາຍຮູບແບບໃນໄລຍະຜ່ານມາ, ບົນຈິດໃຈສືບຕໍ່ຢັ້ງຢືນຄຳໝັ້ນສັນຍາເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ, ຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030. ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ຊູກຍູ້ການພົວພັນກັບລັດຖະສະພາບັນດາປະເທດໃຫ້ເຂົ້າສູ່ລວງເລິກ. ຍູ້ແຮງການພົວພັນຕ່າງປະເທດລັດຖະສະພາຫຼາຍຝ່າຍບົນຈິດໃຈຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030, ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືຫຼາຍຝ່າຍ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ, ຍົກສູງບົດບາດຫຼັກແຫຼ່ງ, ນຳພາໜ້າເທື່ອລະກ້າວ, ເໝາະສົມກັບຄວາມສາມາດ ແລະ ເງື່ອນໄຂຂອງປະເທດຊາດ.

ການພົວພັນຕ່າງປະເທດສະພາແຫ່ງຊາດສວມບົດບາດໃນການເຊື່ອມຈອດລະຫວ່າງສາມເສົາຄ້ຳແມ່ນການພົວພັນຕ່າງປະເທດຂອງພັກ, ການທູດຂອງ ລັດ ແລະ ການພົວພັນຕ່າງປະເທດຂອງທູດປະຊາຊົນ, ປະກອບສ່ວນເສີມຂະຫຍາຍກຳລັງແຮງສັງລວມຂອງການຕ່າງປະເທດ ຫວຽດນາມ ຢ່າງມີປະສິດທິຜົນ. ເລື່ອງ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງ IPU 146 ເວົ້າສະເພາະ ແລະ ຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍນັບແຕ່ກ່ອນມາຮອດປັດຈຸບັນໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ພ້ອມທັງກໍ່ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງ, ຖານະບົດບາດຂອງປະເທດຊາດ.


top