ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ສູງ ກຳ​ປູ​ເຈຍ

ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ສຳນັກງານສະພາແຫ່ງຊາດ ກຳປູເຈຍ ໄດ້ຈັດພິທີມອບຮັບອຸປະກອນການແພດຂອງປະທານສະພາແຫ່ງຊາດ ຫວຽດນາມໃຫ້ສະພາແຫ່ງຊາດ, ສະພາສູງກຳປູເຈຍເພື່ອຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ພິທີມອບຮັບອຸປະກອນການແພດຂອງສະພາແຫ່ງຊາດ ຫວຽດນາມໃຫ້ສະພາແຫ່ງຊາດ, ສະພາສູງກຳປູເຈຍ 

ຂອງຂວັນດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈຂອງສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ໃນການແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນ ກຳປູເຈຍ, ຫວັງວ່າຂອງຂວັນດັ່ງກ່າວຈະເປັນການຊ່ວຍເຫຼືສ່ວນໜຶ່ງທາງດ້ານຈິດໃຈ ແລະ ວັດຖຸ ໃຫ້ແກ່ປະຊາຊົນກຳປູເຈຍສາມາດເອົາຊະນະໂລກລະບາດ Covid  - 19.

        ທ່ານ Leng Peng Long ເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍໄດ້ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ສະພາແຫ່ງຊາດ, ສະພາສູງກຳປູເຈຍ. ທ່ານ Leng Peng Long ຖືວ່າ ຂອງຂວັນດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ.

(ແຫຼ່ງຄັດຈາກ VOV)


top