ຂ່າວສານ

ສະ​ພາ​ແຫ່ງ​ຊາດ ລາວ ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາ​ສຳ​ຄັນ

ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດລາວໄດ້ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານຂອງນາຍົກລັດຖະມົນຕີ ກ່ຽວກັບແຜນການພັດທະນາເສດຖະກິດ ສັງຄົມ...
ກອງປະຊຸມ

ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ IX ຂອງ ລາວໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ກອງປະຊຸມເພື່ອແນໃສ່ປຶກສາຫາລືບັນດາບັນຫາຂອງປະເທດຊາດ ແລະ ພິຈາລະນາຮັບຮອງເອົາບັນດາເນື້ອໃນສຳຄັນໃນແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີຄັ້ງທີ X(2026-2030).

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດລາວໄດ້ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານຂອງນາຍົກລັດຖະມົນຕີ ກ່ຽວກັບແຜນການພັດທະນາເສດຖະກິດ ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນການເງິນ - ເງິນຕາ 6 ເດືອນທ້າຍປີ 2025 ຕິດພັນກັບການຜັນຂະຫຍາຍ ສອງວາລະແຫ່ງຊາດ ແລະ ແກ້ໄຂຄວາມຮີບດ່ວນຂອງບັນດາບັນຫາກ່ຽວກັບເສດຖະກິດ.


top