ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຕົກ​ລົງ​ຄາດ​ໝາຍ​ການ​ເຕີບ​ໂຕ GDP ປີ 2023 ແມ່ນ​ປະ​ມານ 6,5%

ໂດຍສືບຕໍ່ວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາ ມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023 ດ້ວຍຄວາມເຫັນດີເຫັນພ້ອມສູງ 93,37%.
  ບັນດາສະມາຊິກສະພາແຫ່ງຊາດທີ່ກອງປະຊຸມ (ພາບ: quochoi.vn)  

ມະຕິວ່າດ້ວຍ ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023 ໄດ້ວາງອອກ 15 ຄາດໝາຍ, ໃນນັ້ນ ລະດັບຄວາມໄວໃນການເຕີບໂຕ GDP ແມ່ນປະມານ 6,5%; GDP ສະເລ່ຍຕໍ່ຫົວຄົນບັນລຸປະມານ 4.400 USD; ລະດັບການເພີ່ມດັດຊະນີລາຄາໃຊ້ສອຍ (CPI) ສະເລ່ຍປະມານ 4,5%; ອັດຕາຄອບຄົວທຸກຍາກ (ຕາມມາດຕະຖານທຸກຍາກຫຼາຍດ້ານ) ຫຼຸດລົງປະມານ ແຕ່ 1 ຫາ 1,5%.

ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ, ສະພາແຫ່ງຊາດ ໄດ້ວາງອອກ 10 ໝວດໜ້າທີ່, ມາດຕະການຕົ້ນຕໍ. ສິ່ງທີ່ໜ້າສົນໃຈແມ່ນ ສະພາແຫ່ງຊາດ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດບັນດາມາດຕະການຄຸ້ມຄອງ, ບໍລິຫານຢ່າງເຄັ່ງຄັດການດັດປັບລາຄາສິນຄ້າສຳຄັນ, ການບໍລິການໂດຍລັດກຳນົດລາຄາ, ເປັນຕົ້ນແມ່ນຄ່າໄຟຟ້າ, ນ້ຳມັນ, ສິນຄ້າ, ການບໍລິການສຳຄັນ, ຈຳເປັນອື່ນໆ ປະກອບສ່ວນໜູນຊ່ວຍການຜະລິດດຳເນີນທຸລະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄວບຄຸມໄພເງິນເຟີ້.


top