ຂ່າວສານ

ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ ຮັບ​ຮອງ​ເອົາ ມະ​ຕິ 2 ສະ​ບັບ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຊຸ​ດັງ ແລະ ລີ​ບີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນທີສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ  ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ໃນນັ້ນມີ ອາວຸດເຄມີ. 
ສະພາຄວາມໝັ້ນຄົງ ສປຊ ປະຊາມະຕິຮັບຮອງເອົາມະຕິ 2 ສະບັບທີ່ກ່ຽວຂ້ອງເຖິງສະພາບການຢູ່ ຊູດັງ ແລະ ລີບີ (ພາບ: TTXVN)

ວັນທີ 3 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນການລົງປະຊາມະຕິ ແລະ ເຫັນດີເປັນເອກະພາບ (ດ້ວຍ 15 ໃນຈຳນວນ 15 ບັດສະໜັບສະໜູນ) ຮັບຮອງເອົາມະຕິ 2 ສະບັບທີ່ກ່ຽວຂ້ອງເຖິງສະພາບການຢູ່ ຊູດັງ ແລະ ລີບີ. ຫຼັງຈາກນັ້ນ, ສະພາຄວາມໝັ້ນຄົງ ສປຊ ກໍ່ໄດ້ຈັດກອງປະຊຸມນັດສາມັນ ກ່ຽວກັບບັນຫາອາວຸດເຄມີ ຢູ່ລີບີ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນທີສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ  ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ໃນນັ້ນມີ ອາວຸດເຄມີ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ແບ່ງປັນຄວາມວິຕົກກັງວົນລວມ ຂອງ ສປຊ ກ່ຽວກັບບັນດາຂໍ້ມູນກ່າວຫາການນຳໃຊ້ອາວຸດເຄມີ ຢູ່ ຊີຣີ, ທ່ານ ກໍ່ເນັ້ນໜັກວ່າຕ້ອງຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະ ຕໍ່ເນື່ອງ ລະຫວ່າງ ຄະນະເລຂານຸການອົງການຫ້າມອາວຸດເຄມີ ແລະ ຊີຣີ ໃນການຊຸກຍູ້ການຜັນຂະຫຍາຍສົນທິສັນຍາ ຫ້າມອາວຸດເຄມີ ແລະ ແກ້ໄຂທຸກບັນຫາບໍ່ລົງລອຍກັນ, ກໍ່ຄືບັນດາບັນຫາທີ່ຍັງຄົງຄ້າງ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງເພີ່ມທະວີການຮ່ວມມື ແລະ ການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນເພື່ອແນໃສ່ໜູນຊ່ວຍວິທີການແກ້ໄຂທີ່ຍາວນານໃຫ້ແກ່ບັນຫາ ຊີຣີ.

(ແຫຼ່ງຄັດຈາກ VOV)


top