ຂ່າວສານ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ເປີດ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ

ວັນທີ 17 ກໍລະກົດ, ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດປະຈຳປີ ກ່ຽວກັບ “ການໃຊ້ຄວາມຮຸນແຮງທາງເພດສຳພັນ ໃນການປະທະກັນ” ຂຶ້ນກັບຫົວຂໍ້ “ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ”.

ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືເປີດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນທີ່ສືບຕໍ່ເກີດຂຶ້ນໃນທົ່ວໂລກ ເຊິ່ງມີຜົນກະທົບຫຍໍ້ທໍ້ຕໍ່ຜູ້ປະສົບເຄາະຮ້າຍ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ ເຊິ່ງແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ.

        ເພື່ອແນໃສ່ເພີ່ມທະວີມານະພະຍາຍາມສະກັດກັ້ນ ແລະ ຢຸດຕິການໃຊ້ຄວາມຮຸນແຮງທາງເພດສຳພັນໃນການປະທະກັນ, ທ່ານ ດັ້ງດິ່ງກຸ໊ຍ ໄດ້ສະເໜີ ບຸລິມະສິດຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນຂະບວນການສ້າງສັນຕິພາບ ແລະ ວາງອອກລັດຖະນະໂຍບາຍ. ຄວາມມານະພະຍາຍາມນີ້ ຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ, ໃນນັ້ນມີປະເທດທີ່ມີບົດບາດແຖວໜ້າ, ພ້ອມກັນຮ່ວມມື ແລະ ແບ່ງປັນ,ບົດຮຽນ, ປະສົບການ.

(ແຫຼ່ງຄັດຈາກ VOV)


top