ສປຊ ໄດ້ຊຸກຍູ້ບັນດາຝ່າຍ ຈົ່ງຫລຸດຜ່ອນຄວາມເຄັ່ງຕຶງໂດຍທັນທີ, ລະງັບໃຈ, ຢຸດຕິການຕໍ່ສູ້ ແລະ ປະຕິບັດຢ່າງຄົບຖ້ວນມະຕິເລກທີ 1701 ຂອງ ສະພາຄວາມໝັ້ນຄົງ ສປຊ.
ວັນທີ 20 ກັນຍາ, ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມດ່ວນ ກ່ຽວກັບສະພາບການ ລີບັງ ພາຍຫຼັງທີ່ເກີດສະພາບເຄັ່ງຕຶງຂຶ້ນຕື່ມລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ ຮາມາດ ກໍ່ຄືບັນດາເຫດລະເບີດເຄື່ອງຕິດຕໍ່ພົວພັນ ທີ່ໄດ້ກໍ່ຄວາມບາດເຈັບລົ້ມຕາຍ ແນໃສ່ບັນດາສະມາຊິກ ເຮັກໂບລາ.
ທ່ານ Stephane Dujarric, ໂຄສົກ ສະພາຄວາມໝັ້ນຄົງ ໃຫ້ຮູ້ວ່າ: ສປຊ ໄດ້ຊຸກຍູ້ບັນດາຝ່າຍ ຈົ່ງຫລຸດຜ່ອນຄວາມເຄັ່ງຕຶງໂດຍທັນທີ, ລະງັບໃຈ, ຢຸດຕິການຕໍ່ສູ້ ແລະ ປະຕິບັດຢ່າງຄົບຖ້ວນມະຕິເລກທີ 1701 ຂອງ ສະພາຄວາມໝັ້ນຄົງ ສປຊ . ທ່ານນາງ Rosemary DiCarlo, ຮອງເລຂາທິການໃຫ່ຍ ສປຊ ຮັບຜິດຊອບບັນດາບັນຫາການເມືອງ ແລະ ສ້າງສັນຕິພາບ ຊີ້ແຈ້ງວ່າ: ການຜັນແປທີ່ໜ້າຕັກເຕືອນຢູ່ ລີບັງ ແລະເຂດນີ້ໄດ້ເກີດຂຶ້ນພາຍຫຼັງ 1 ປີເກີດການປະທະກັນ ເກືອບຄືວ່າໄດ້ເກີດຂຶ້ນໃນແຕ່ລະມື້ໃນເສັນທາງສີຂຽວ ຊື່ງແມ່ນເຂດຈັດແບ່ງລະຫວ່າງ ອິດສະຣາແອັນ ແລະ ລີບັງ. ການປະທະກັນນີ້ ໄດ້ລະເມີດຄຳສັ່ງຢຸດຍິງ ແລະ ມະຕິເລກທີ 1701.