ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າການຜັນຂະຫຍາຍຍຸດທະສາດຕ້ອງລະດົມການເຂົ້າຮ່ວມຂອງທົ່ວລະບົບ, ໃນນັ້ນມີກຸ່ມເອກະຊົນ ເພື່ອແຫຼ່ງກຳລັງສັງຄົມ ພ້ອມກັບລັດ ເພີ່ມທະວີການລົງທຶນ ແລະ ປະສິດທິຜົນໃຫ້ແກ່ການສຶກສາ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ
ຕອນເຊົ້າວັນທີ 19 ມີນາຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປະທານສະພາສຶກສາ ແລະ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄດ້ເປັນປະທານກອງປະຊຸມຂອງສະພາ ກ່ຽວກັບການປະກອບຄຳເຫັນໃສ່ ແຜນຮ່າງ “ຍຸດທະສາດ ພັດທະນາການສຶກສາ ໄລຍະ 2024 ຫາ 2030, ວິໄສທັດຮອດປີ 2045”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າການຜັນຂະຫຍາຍຍຸດທະສາດຕ້ອງລະດົມການເຂົ້າຮ່ວມຂອງທົ່ວລະບົບ, ໃນນັ້ນມີກຸ່ມເອກະຊົນ ເພື່ອແຫຼ່ງກຳລັງສັງຄົມ ພ້ອມກັບລັດ ເພີ່ມທະວີການລົງທຶນ ແລະ ປະສິດທິຜົນໃຫ້ແກ່ການສຶກສາ.
ບັນດາພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນການເຈາະຈິ້ນ, ຕ້ອງມີການຈັດຕັ້ງປະຕິບັດ ວຽກງານການສຶກສາໃນສະພາບການໃໝ່ດ້ວຍຈິນຕະຍາການບຸກທະລຸ, ປ່ຽນແປງໃໝ່, ພິເສດແມ່ນ ໝູນໃຊ້ການປະຕິວັດອຸດສາຫະກຳ ຄັ້ງທີ 4, ເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ. ເປົ້າໝາຍສຸດທ້າຍຂອງພວກເຮົາຕ້ອງມີແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໂລກພວມພັດທະນາ ແລະ ເຊື່ອມຕໍ່ເຂົ້າກັບທົ່ວໂລກຄືໃນປັດຈຸບັນ.