ຂ່າວສານ

ສະ​ພາບ​ການ​ໂລກ​ໃນ​ປີ 2023: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ

ປີ 2022 ໄດ້ສິ້ນສຸດລົງດ້ວຍການຜັນແປສັບສົນຫຼາຍຢ່າງ, ເຊິ່ງບໍ່ອາດຄາດຄະເນລ່ວງໜ້າໄດ້ ແລະ ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ຫຼາຍດ້ານຂອງຊີວິດສັງຄົມ, ພິເສດແມ່ນຂົງເຂດເສດຖະກິດ, ພະລັງງານ ແລະ ດ້ານສະບຽງອາຫານຂອງຫຼາຍປະເທດ, ປະຊາຄົມໃນທົ່ວໂລກ. ກ້າວເຂົ້າສູ່ປີ 2023, ໂລກໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ໄປຄຽງຄູ່ກັບຄວາມຫວັງ.

“ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍກວ່າຄວາມສະດວກ” ແມ່ນຂໍ້ສັງເກດລວມຂອງນັກຊ່ຽວຊານຫຼາຍທ່ານ ນັກໄຈ້ແຍກສາກົນກ່ຽວກັບສະພາບການໂລກໃນປີ 2023. ໃນນັ້ນ, ປັດໄຈຕົ້ນຕໍເກືອບທັງໝົດທີ່ໄດ້ສົ່ງຜົນກະທົບຕໍ່ສະພາບການລວມຂອງໂລກໃນປີ 2022 ຈະສືບຕໍ່ດຳເນີນ ແລະ ຄອບງໍາສະພາບການໂລກໃນປີ 2023.

(ພາບປະກອບ: Reuters)

ບາງປັດໄຈຕົ້ນຕໍອາດຈະກໍານົດສະພາບການໂລກໃນປີ 2023

ໜຶ່ງໃນບັນດາບັນຫາທີ່ຫາງສຽງສາກົນມີຄວາມສົນໃຈຫຼາຍທີ່ສຸດ ເມື່ຶຶອໂລກກ້າວເຂົ້າສູ່ປີໃໝ່ 2023 ນັ້ນແມ່ນ ສະພາບການຜັນແປຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເຊິ່ງໄດ້ ແລະ ກຳລັງສົ່ງຜົນກະທົບຢ່າງເລິກເຊິ່ງເຖິງຫຼາຍຂົງເຂດ ໃນຊີວິດສັງຄົມຂອງຫຼາຍປະເທດ ແລະ ປະຊາຄົມໃນທົ່ວໂລກ. ເລືຶ່ອງ ຝ່າຍຕາເວັນຕົກ ນັບມື້ນັບເຂົ້າຮ່ວມບັນດາບັນຫາທີ່ກ່ຽວຂ້ອງເຖິງການປະທະກັນຢ່າງເລິກເຊິ່ງນັ້ນ, ການຜັນແປຂອງວິກິດການດັ່ງກ່າວໃນຕໍ່ໜ້າ ຈະຕັດສິນສະພາບຂອງສາຍພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ໃນປີ 2023. ຍິ່ງໄປກວ່ານັ້ນ, ຕາບໃດທີ່ບັນດາຝ່າຍຍັງບໍ່ດຳເນີນການເຈລະຈາເພື່ອມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ, ຕາບນັ້ນ, ການປະທະກັນຈະສືບຕໍ່ສົ່ງຜົນກະທົບຕໍ່ແຫຼ່ງສະໜອງສິນຄ້າທົ່ວໂລກ, ໂດຍສະເພາະແມ່ນບັນດາສິນຄ້າຄື ພະລັງງານ, ສະບຽງອາຫານ, ປຸ໋ຍ..., ຈາກນັ້ນ ກໍຈະສົ່ງຜົນສະທ້ອນເຖິງຄວາມສາມາດຄວບຄຸມໄພເງິນເຟີ້ ແລະ ຄວາມມານະພະຍາຍາມຟື້ນຟູເສດຖະກິດຂອງບັນດາປະເທດ.

ນອກຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລ້ວ, ສະພາບການໂລກໃນປີ 2023 ຍັງອາດຈະຖືກຜົນກະທົບ, ຄອບງຳຈາກບາງຄວາມສ່ຽງຊ້ອນແຝງອື່ນ, ໂດຍສະເພາະແມ່ນຄວາມສ່ຽງຈາກການປະທະກັນປະກອບອາວຸດ ແລະ ຄວາມຂາດສະຖຽນລະພາບຢູ່ທັງ ເອີຣົບ, ຕາເວັນອອກກາງ, ອາຟະລິກາ ແລະ ອາຊີ.

ໄປຄຽງຄູ່ກັນນັ້ນ, ການແກ້ງແຍ້ງພູມີຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ, ໂດຍສະເພາະແມ່ນເສດຖະກິດ - ການຄ້າ ແລະ ເຕັກໂນໂລຢີ, ໂດຍໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ຮ້າຍແຮງໃນປີ 2023.

ອີກປັດໄຈໜຶ່ງທີ່ໜ້າສົນໃຈ ນັ້ນແມ່ນຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລະບາດຄືນໃໝ່ ເຊິ່ງອາດຈະປະກົດມີສາຍພັນໃໝ່. ເຖິງຢ່າງໃດກໍຕາມ, ເລື່ອງທົ່ວໂລກບັນລຸໄດ້ອັດຕາສັກວັກຊິນກັນພະຍາດໂຄວິດ - 19 ສູງ ພ້ອມກັບການຟື້ນຟູທີ່ດີຂອງລະບົບສາທາລະນະສຸກຂອງບັນດາປະເທດ, ການກະທົບຂອງບັນດາໂລກລະບາດໃໝ່ຖ້າເກີດຂຶ້ນນັ້ນ ແມ່ນໄດ້ຮັບຖືວ່າ ບໍ່ໜ້າວິຕົກກັງວົນຄືກັບໄລຍະຜ່ານມາ, ແຕ່ວ່າ ກໍຍັງກໍ່ຄວາມຫຍຸ້ງຍາກຫຼາຍຢ່າງແກ່ບັນດາປະເທດທີ່ຖືກຜົນກະທົບ.

ພິເສດ, ສະພາບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ, ໂດຍສະເພາະແມ່ນສະພາບອາດຮ້າຍແຮງຄື ນ້ຳຖ້ວມ, ໄພແຫ້ງແລ້ງ, ແດດຮ້ອນຜິດປົກກະຕິ... ເຊິ່ງຄາດວ່າ ຈະສືບຕໍ່ຜັນແປທີ່ຍາກຄາດຄະເນລ່ວງໜ້າໄດ້ໃນປີ 2023, ອາດຈະກໍ່ຜົນເສຍຫາຍນັບທັງຊີວິດ ແລະ ຊັບສິນຢ່າງຫຼວງຫຼາຍຢູ່ຫຼາຍບ່ອນ, ພ້ອມທັງກໍ່ຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນນັບລ້ານຄົນ.

ມາດຕະການແກ້ໄຂ ແລະ ຄວາມຫວັງ

ສຳລັບສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍນີ້, ບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດ ແລະ ປະຊາຄົມທີ່ມີຄວາມສ່ຽງສູງ ໄດ້ຮັບຂໍ້ສະເໜີແນະຕ້ອງເພີ່ມທະວີແຫຼ່ງກຳລັງ ແລະ ຜັນຂະຫຍາຍມາດຕະການທີ່ເໝາະສົມເພື່ອຈຳກັດ, ຫຼຸດຜ່ອນຜົນກະທົບຈາກການຜັນແປພູມີການເມືອງ - ສັງຄົມໃນພາກພື້ນ ແລະ ໃນທົ່ວໂລກ. ເປົ້າໝາຍບຸລິມະສິດແຖວໜ້າຂອງບັນດາມາດຕະການຮັບມືແມ່ນ ຟື້ນຟູ ແລະ ເຕີບໂຕເສດຖະກິດ; ຮັບປະກັນແຫຼ່ງສະໜອງພະລັງງານຮັບໃຊ້ການເຄື່ອນໄຫວຜະລິດ ແລະ ສັງຄົມເປັນປົກກະຕິ. ພ້ອມດຽວກັນນັ້ນ, ບັນດາປະເທດກໍຕ້ອງກະກຽມມາດຕະການທີ່ຈຳເປັນເພື່ອສະກັດກັ້ນຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລາມຄືນອີກ ກໍຄື ກໍລະນີເກີດມີໂລກລະບາດໃໝ່; ເພີ່ມທະວີຄວາມມານະພະຍາຍາມຫຼຸດຜ່ອນຜົນກະທົບ ແລະ ຜົນເສຍຫາຍຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ຢຶດໝັ້ນກັບຍຸດທະສາດພັດທະນາແບບຍືນຍົງ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ...

ກໍຍ້ອນບັນດາສິ່ງທ້າທາຍດັ່ງກ່າວ, ຄວາມຕ້ອງການຮ່ວມມື ແລະ ຮ່ວມສຳພັນລະຫວ່າງເຂດ, ພາກພື້ນ ແລະ ໃນທົ່ວໂລກ ໄດ້ກາຍເປັນວຽກງານທີ່ຈຳເປັນກວ່າ ເຊິ່ງບັນດາປະເທດພວມຊຸກຍູ້ຢ່າງແຮງກວ່າເກົ່າ.ຍ້ອນເຫດນັ້ນ ບົດບາດຂອງບັນດາອົງການຈັດຕັ້ງ, ກົນໄກຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ໄດ້ຕັ້ງຄວາມຫວັງວ່າ ຈະໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍເປັນຢ່າງດີກວ່າ, ປະກອບສ່ວນເຂົ້າໃນວິວັດທະນາການແກ້ໄຂວິກິດການ ແລະ ການພັດທະນາເສດຖະກິດ - ສັງຄົມ ໃນຂອບເຂດທົ່ວໂລກ ຢ່າງຈະແຈ້ງ ແລະ ມີປະສິດທິຜົນກວ່າ. ໃນນັ້ນ, ຫາງສຽງ ໄດ້ຕັ້ງຄວາມຫວັງເປັນພິເສດຕໍ່ການເຈລະຈາຊອກຫາມາດຕະຖານຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະໄດ້ຮັບບຸລິມະສິດຊຸກຍູ້ຢ່າງແຮງ.

ໃນຊຸມວັນທຳອິດຂອງປີໃໝ່ 2023, ຄວາມເຊື່ອໝັ້ນຕໍ່ອະນາຄົດໂລກທີ່ສົດໃສກວ່າ ໄດ້ຮັບກຳລັງໜູນສຳຄັນໃນຂະນະທີ່ທ່ານເລຂາທິການໃຫຍ່ ສປຊ Antonio Guterres, ສັນທະປະປາ  Francis ພ້ອມດ້ວຍການນຳຫຼາຍທ່ານໃນໂລກ ສືບຕໍ່ສົ່ງສານປີໃໝ່ດ້ວຍນ້ຳໃຈພົ້ນເດັ່ນວ່າ: ຕັດສິນໃຈສ້າງສັນຕິພາບຄືນໃໝ່ ແລະ ຊຸກຍູ້ຄວາມວັດທະນາຖາວອນລວມໃຫ້ທຸກປະເທດໃນໂລກ ໃນປີ 2023 ທີ່ພິເສດນີ້./.


top