ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ​ເ - 19 ໃນ​ທົ່ວ​ໂລກ

ຕາມເວັບໄຊ worldometers.info, ໄລ່ຮອດເວລາ 1 ໂມງຂອງວັນທີ 26 ກໍລະກົດ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດຫຼາຍກວ່າ 194,7 ລ້ານຄົນ, ໃນນັ້ນ ມີກວ່າ 4,17 ລ້ານຄົນເສຍຊີວິດ.
ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ມາເລເຊຍ (ພາບ:  THX/TTXVN)

ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 420.703 ຄົນ, ຫຼາຍທີ່ສຸດແມ່ນຢູ່ ອີນໂດເນຍເຊຍ ດ້ວຍ 38.679 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ, ອັງກິດ, ອີຣານ, ລັດເຊຍ, ບຣາຊິນ, ມາເລເຊຍ… ອາເມລິກາ ແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດ ແລະ ຕິດເຊື້ອຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອລວມທັງໝົດ ແມ່ນກວ່າ 35, 15 ລ້ານຄົນ, ໃນນັ້ນ ມີ 626.762 ຄົນ ເສຍຊີວິດ. ໃນ 7 ວັນຜ່ານມາ, ຈຳນວນຜູ້ຕິດເຊື້ອລາຍໃໝ່ໃນໂລກເພີ່ມຂຶ້ນ 3%, ໃນນັ້ນ ພາກພື້ນ ອາເມລິກາເໜືອ ເພີ່ມຂຶ້ນ 34%, ເອີຣົບ ເພີ່ມຂຶ້ນ 6%, ອາຊີ ເພີ່ມຂຶ້ນ 4%, ໂອເຊອານີ ເພີ່ມຂຶ້ນ 3%, ອາຟະລິກາ ຫຼຸດລົງ 16% ແລະ ອາເມລິກາໃຕ້ ຫຼຸດລົງ 14%.

ສ່ວນຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າຂອງວັນທີ 26 ກໍລະກົດ ຂອງ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 19 ໂມງຂອງວັນທີ 25 ກໍລະກົດ ຫາເວລາ 6 ໂມງ ຂອງວັນທີ 26 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 2.708 ຄົນ, ສະເພາະຢູ່ນະຄອນ ໂຮ່ຈີມິນ ແມ່ນ 1.714 ຄົນ. ໄລ່ຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ ແມ່ນ 101.173 ຄົນ, ໃນນັັ້ນ ມີ 19.342 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ກ່ຽວກັບສະພາບການສັກວັກຊິນກັນພະຍາດໂຄວິດ - 19, ຢູ່ ຫວຽດນາມ ມີປະຊາຊົນກວ່າ 4,6 ລ້ານຄົນໄດ້ຮັບການສັກວັກຊິນແລ້ວ, ແລະ ມີທັງໝົດ 524 ຄົນເສຍຊີວິດ. 

(ແຫຼ່ງຄັດຈາກ VOV)


top